3 ພາກສ່ວນ ມອບເງິນໃຫ້ອົງການກາແດງແຫ່ງຊາດລາວ ເພື່ອປະກອບສ່ວນໄປຊ່ວຍເຫຼືອຜູ້ທຸກຍາກ, ປະສົບໄພພິບັດ

30

ວັນທີ 14 ຕຸລາ 2022 ຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບ-ຮັບເງິນຈາກ ບໍລິສັດ ພັດທະນາພາກໃຕ້ ຈຳກັດ 5.000.000 ກີບ, ທ່ານ ໂນຣິຕາກະ ຮາລາຊິມາ (Noritaka HARASHIMA) ທີ່ປຶກສາບໍລິສັດ ວັງຕັດ ຂຸດຄົ້ນແຮ່ ຈຳກັດ 12.000.000 ກີບ, ຮ້ານອາຫານຟູຈິຕະ 2.500.000ກີບ, ລວມທັງໝົດ 20.000.000 ກີບ ມອບໃຫ້ກັບ ອົງການກາແດງແຫ່ງຊາດລາວ

ເພື່ອເປັນການປະກອບສ່ວນໃນການຊ່ວຍເຫຼືອຄອບຄົວທີ່ດ້ອຍໂອກາດ ແລະ ວຽກງານມະນຸດສະທຳ ທີ່ທາງອົງການກາແດງແຫ່ງຊາດລາວ ຈັດຕັ້ງປະຕິບັດຢູ່, ຕາງໜ້າກ່າວມອບໂດຍ ທ່ານ ນາງ ສີລິວັນ ປັດທຳມະວົງ ຮອງປະທານບໍລິສັດ ວັງຕັດ ຂຸດຄົ້ນແຮ່ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາທ່ານຈາກຕາງໜ້າຈາກອົງການກາແດງແຫ່ງຊາດລາວ ແລະ ພະນັກງານຈາກ 03 ພາກສ່ວນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານປະທານອົງການກາແດງແຫ່ງຊາດລາວໄດ້ສະແດງຄວາມຂອບໃຈມາຍັງ 3 ບໍລິສັດ ທີ່ໄດ້ໃຫ້ການປະກອບສ່ວນເຂົ້າໃນວຽກງານກາແດງ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ແລະ ປະສົບໄພພິບັດຕ່າງໆ ເຊິ່ງມີນຳ້ໃຈສູງສົ່ງເອື້ອເຟື້ອເພື່ອແຜ່ໃຫ້ການປະກອບສ່ວນເຂົ້າໃນວຽກງານກາແດງ ແລະ ທາງອົງການກາແຫ່ງຊາດລາວ ຈະນຳເອົາເງິນດັ່ງກ່າວໄປຊ່ວຍຜູ້ທຸກຍາກ ຫຼື ຜູ້ທີ່ກຳລັງປະສົບໄພພິບັດໃນປະຈຸບັນນີ້ໃຫ້ທ່ວງທັນ ແລະ ແກ້ໄຂຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ

ພິທີດັ່ງກ່າວ, ປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ມອບໃບສົມມະນາຄຸນໃຫ້ ເພື່ອເປັນການຢັ້ງຢືນເຖິງຄຸນງາມຄວາມທີ່ທາງບໍລິສັດໄດ້ປະກອບສ່ວນເຂົ້າໃນວຽກງານມະນຸດສະທຳຄັ້ງນີ້