ການປູກຫົວຜັກທຽມໂທນ ສິນຄ້າທີ່ຕະຫຼາດຕ້ອງການ

39

ຫົວຜັກທຽມໂທນ ມີກິ່ນ ແລະ ລົດຊາດ ຄືກັບຫົວຜັກທຽມທົ່ວໄປ ແຕ່ຈະມີລັກສະນະເປັນຫົວດຽວ ( ບໍ່ມີຫຼາຍກີບ ) ເຊິ່ງຫຼາຍຄົນພາກັນເອົາໄປປຸງເປັນຢາສະໝຸນໄພພື້ນບ້ານ, ສາມາດເອົາໄປແປຮູບເປັນຫຼາຍແບບໄດ້ ໂດຍສະເພາະເຮັດຫົວຜັກທຽມໂທນດອງ ເຊິ່ງກຳລັງເປັນທີ່ຕ້ອງການຂອງຕະຫຼາດ.
ການປູກຫົວຜັກທຽມໂທນ ຂັ້ນຕອນທຳອິດແມ່ນກະກຽມດິນເຮັດໜານ ຫຼື ແປງກ່ອນ ໂດຍການໄຖດິນຮຸດກ່ອນ 1 ຄັ້ງ ແລ້ວໂຮຍປຸ໋ຍຄອກ ອັດຕາ 1 – 2 ໂຕນຕໍ່ພື້ນທີ່ 1 ໄລ່, ຈາກນັ້ນກໍໄຖກົບອີກຄັ້ງ ຈາກນັ້ນກໍຕາກດິນປະໄວ້ປະມານ 7 – 10 ມື້ ເພື່ອກຳຈັດເຊື້ອລາ, ແມງໄມ້ພື້ນດິນ ແລະ ວັດສະພືດ. ພໍຄົບກຳນົດກໍຕີຍົກຄູໜານຂຶ້ນໃຫ້ສູງປະມານ 15 – 20 ຊັງຕີແມັດ, ຂະໜາດໜານກວ້າງປະມານ 1 – 1,5 ແມັດ ສ່ວນຄວາມຍາວແມ່ນຕາມພື້ນທີ່ດິນ ຫຼື ຕາມຄວາມຕ້ອງການ.


ວິທີປູກ: ນຳແນວພັນຫົວຜັກທຽມໂທນ ( ຖ້າມີແນວພັນເປັນຫົວຜັກທຽມໂທນຍິ່ງເປັນການດີ ) ຫຼື ອາດຈະໃຊ້ກີບຫົວຜັກທຽມທົ່ວໄປ ( ກີບກາງສຸດ ) ເຊິ່ງການນຳຫົວຜັກທຽມໄປປູກແມ່ນໃຫ້ເໜັບຫົວຜັກທຽມລົງໜານເລິກ ປະມານ 2 – 3 ສ່ວນຂອງຫົວຜັກທຽມ ໄລຍະການປູກຫວ່າງແຖວ ແລະ ຕົ້ນປະມານ 15 – 20 ຊັງຕີແມັດ ເຊິ່ງອາດຈະໃຊ້ໄມ້ຂີດເປັນເສັ້ນຮ່ອງໄປກ່ອນ, ຈາກນັ້ນນຳເຟືອງມາປົກບາງໆ ກ່ອນຫົດນໍ້າໃຫ້ຊຸ່ມ ເຊິ່ງການຫົດນໍ້າຫຼັງການປູກໃນໄລຍະ 7 – 10 ວັນທຳອິດ ຄວນໃຫ້ນໍ້າສະໝໍ່າສະເໝີເປັນປະຈຳທຸກວັນ ຫຼື ວັນເວັ້ນວັນກໍໄດ້, ຈາກນັ້ນຫຼຸດການໃຫ້ນໍ້າລົງເຫຼືອ 2 – 3 ຄັ້ງຕໍ່ອາທິດ ຈົນເຖິງອາທິດລະຄັ້ງ.
ການໃສ່ປຸ໋ຍ: ຫຼັງການປູກ 15 – 30 ມື້ ໃຫ້ຫວ່ານໂຮຍດ້ວຍປຸ໋ຍຄອກ ອັດຕາ 1 ໂຕນຕໍ່ໄລ່ ແລະ ປຸ໋ຍເຄມີສູດ 15-15-15 ອັດຕາ 10 ກິໂລຕໍ່ໄລ່ ຄັ້ງຕໍ່ໄປປະມານ 50 – 60 ວັນຫຼັງປູກໂຮຍດ້ວຍປຸ໋ຍເຄມີສູດ 13-13-21 ໃນອັດຕາດຽວກັນ.
ການກຳຈັດວັດສະພືດ: ໝັ່ນຫຼົກຫຍ້າໃນໜານ ໂດຍໄລຍະທຳອິດແມ່ນຫຼັງປູກ 15 – 30 ມື້ ຕໍ່ຄັ້ງ. ຈາກນັ້ນໃຫ້ຫ່າງກັນ 20 – 30 ມື້ ຫຼື ໝັ່ນເຮັດທຸກອາທິດໃຫ້ໜານກ້ຽງຕະຫຼອດຍິ່ງດີ.


ການເກັບຜົນຜະລິດ: ຫົວ ຜັກທຽມໂທນ ທົ່ວໄປຈະສາມາດເກັບຜົນຜະລິດໄດ້ໃນໄລຍະປະມານ 80 – 120 ວັນ ຫຼື ຫຼາຍກວ່ານັ້ນ ໂດຍໃຫ້ສັງເກດເບິ່ງໃບຜັກທຽມວ່າແກ່ເຫຼືອງໄດ້ທີ່ ( ຖ້າບໍ່ໝັ້ນໃຈໃຫ້ລອງຫຼົກຈັກຕົ້ນເບິ່ງກ່ອນ ), ການເກັບຫົວຜັກທຽມຈະໃຊ້ວິທີຫຼົກທັງຕົ້ນ, ຈາກນັ້ນນໍາຕົ້ນມາລຽນເປັນລວງດຽວກັນແລ້ວເອົາໄປຕາກແດດປະມານ 2 – 3 ມື້ ຈາກນັ້ນນຳເອົາມາຕາກຢູ່ຮົ່ມອີກ 5 – 7 ມື້ ກ່ອນຕັດໃບ ແລະ ມັດເປັນຈຸກລວມກັນ ຈຶ່ງແຍກອອກຈາກຫົວ.