ບໍລິສັດ ເບຍລາວ ສະໜັບສະໜູນເຖິງ 1 ຕື້ກວ່າກີບຮ່ວມຈັດບານເຕະແຫ່ງຊາດ 2022

277

ເມື່ອຕອນແລງຂອງວັນທີ 14 ຕຸລາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາ ແລະ ມອບເງິນສະໜັບສະໜູນມູນຄ່າ 1.330.000.000 ກີບຈາກບໍລິສັດ ເບຍລາວ ຈໍາກັດ ເຂົ້າໃນການຈັດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃຫ້ກຽດມອບໂດຍ ທ່ານ ເຮນຣິກ ແອນເດີຊັນ ( Henrik Juel ບໍລິສັດ Anderson ) ຜູ້ອຳນວຍການ ເບຍລາວ ຈຳກັດ, ສ່ວນຕາງໜ້າຮັບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນ ບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະຂອງທັງສອງຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນ ບານເຕະແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນບານເຕະທົ່ວປະເທດ ຈັດໂດຍ ສຕລ ນັບແຕ່ປີ 2018 ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍາກັດ, ສ່ວນປີ 2021 ແມ່ນບໍ່ໄດ້ຈັດ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ ເຊິ່ງປີດັ່ງກ່າວແມ່ນໄດ້ປະສົບຜົນສໍາເລັດສູງ ແລະ ມີແຟນບານເຂົ້າຊົມເຕັມສະໜາມໃນນັດຊີງຊະນະເລີດ. ດັ່ງນັ້ນ, ປີ 2022 ປີນີ້ພວກເຮົາຈິ່ງສືບຕໍ່ ເພື່ອໃຫ້ການແຂ່ງຂັນຕໍ່ເນື່ອງຈິ່ງປ່ຽນຊື່ມາເປັນການແຂ່ງຂັນບານເຕະແຫ່ງຊາດ ເພື່ອຈັດເປັນປະເພນີໃນແຕ່ລະປີ ພິເສດປີນີ້ຍັງເປັນການກຽມພ້ອມໃຫ້ທີມແຕ່ລະແຂວງ ກຽມເຂົ້າຮ່ວມງານກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນເດືອນທັນວາ 2022 ຕໍ່.

ຂະນະດຽວກັນ ທ່ານ ເຮນຣິກ ແອນເດີຊັນ ( Henrik Juel ບໍລິສັດ Anderson ) ຜູ້ອຳນວຍການ ເບຍລາວ ຈຳກັດ ກ່າວວ່າ: ຍິນດີທີ່ທາງ ບໍລິສັດ ເບຍລາວ ຈໍາກັດ ຍິນດີທີ່ຈະເປັນສ່ວນໜຶ່ງໃນການສະໜັບສະໜູນໃນການຈັດການແຂ່ງຂັນບານເຕະຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ຄິດວ່າການແຂ່ງຂັນບານເຕະໃນລາວ ຢູ່ໃນລະດັບທີ່ດີ. ດັ່ງທີ່ຮູ້ໃນປັດຈຸບັນ, ການແຂ່ງຂັນບານເຕະເຍົາວະຊົນໃນລາວກໍາລັງມາແຮງ ແລະ ມີຜົນງານທີ່ດີທີ່ ເຮັດໃຫ້ວົງການບານເຕະລາວມີການພັດທະນາທີ່ດີ ແລະ ສິ່ງໜຶ່ງເຫັນໄດ້ຈາກກີລາເປັນກີລາທີ່ໄດ້ຮັບການຕອບຮັບຈາກປະຊາຊາລາວນັບມື້ນັບຫຼາຍຂຶ້ນ ແນ່ນອນບໍລິສັດເບຍລາວ ພວກເຮົາຮູ້ສຶກດີທີ່ທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນກີລາບານເຕະລາວ.

ທ່ານກ່າວອີກວ່າ: ຂໍຊົມເຊີຍການບໍລິຫານງານຂອງ ສຕລ ແມ່ນມີບາດກ້າວພັດທະນາໄປໃນທິດທາງທີ່ດີ ບໍ່ວ່າຈະເປັນການຈັດງານຕ່າງໆ. ດັ່ງນັ້ນ, ບໍລິສັດພວກເຮົາຈິ່ງມີຄວາມໝັ້ນໃຈ ແລະ ສະໜັບສູນໜຸູນ ສຕລ ຊຸດນີ້ຈັດການແຂ່ງຂັນບານເຕະ ແລະ ຟຸຸດຊໍ ລາຍການຕ່າງໃນ ສປປ ລາວ, ໂດຍສະເພາະ 3 ປີທີ່ຜ່ານມາ ພວກເຮົາເຄີຍເຊັນສັນຍາການອຸປະຖໍ້າ ແລະ ສະໜັບສະໜູນການແຂ່ຂັນ ເປບຊີ ລາວລີກ 1 ໃນການເປັນຄໍາໝັ້ນສັນຍາ ແລະ ຄູ່ຮ່ວມສັນຍາໃນການພັດທະນາວົງການບານເຕະລາວ ໃນສັນຍາໄລຍະຍາວ ໂດຍສະເພາະ 2 ປີທີ່ຜ່າມາ ພວກເຮົາໄດ້ຮ່ວມກັບ ສຕລ ຈັດການແຂ່ງຂັນບານເຕະທົ່ວປະເທດ 2020 ສະຫຼອງວັນຊາດ 45 ປີ ໂດຍຜົນອອກມາກໍເກີນຄວາມຄາດໝາຍ ເນື່ອງຈາກມີແຟນບານເຂົາຊົມໃນສະໜາມເຕັມ. ດັ່ງນັ້ນ ພວກເຮົາຈິ່ງເຫັນດີສະໜັບສະໜູນຫຼາຍກວ່າປີທີ່ຜ່ານມາ ເພາະເຫັນໄດ້ເຖິງການຈັດການແຂ່ງຂັນແບບມືອາຊີ.

ສໍາລັບ ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ແມ່ນຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໂດຍມີການແຂ່ງຂັນປະເພດທີມຍິງ ມີທີມເຂົ້າຮ່ວມແຂ່ງຂັນ 9 ທີມຈາກ 9 ແຂວງ ເຊິ່ງປັດຈຸບັນແມ່ນເລີ່ມແຂ່ງຂັນກັນແລ້ວ, ສ່ວນ ທີມບານເຕະຊາຍ ມີ 16 ທີມຈາກ 16 ແຂວງ ແມ່ນຈະເລີ່ມແຂ່ງຂັນໃນທ້າຍເດືອນຕຸລານີ້.
ຂ່າວ-ຮູບຈາກ: Larh Creators