ຜົ້ງສາລີ ປະຊາຊົນໄດ້ຮັບການວັກຊີນກັນໂຄວິດເຂັມ 1 ແລະ 2 ກວມ 90%, ຈະສືບຕໍ່ລະດົມສັກໃຫ້ຜູ້ທີ່ພາດໂອກາດ ໃນ 3 ເດືອນທ້າຍປີ

69

ຜົ້ງສາລີ ຈະສູ້ຊົນສັກວັກຊີນປ້ອງກັນພະຍາດຂອງພະຍາດໂຄວິດ-19 ໃຫ້ຫລາຍທີ່ສຸດ ໂດຍສະເພາະ 3 ເດືອນທ້າຍປີນີ້ ຈະສືບຕໍ່ສັກໃຫ້ຜູ້ທີ່ພາດໂອກາດ ແລະ ຜູ້ທີ່ຮອດກໍານົດສັກເຂັ້ມກະຕຸ້ນ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບພູມຄຸ້ນກັນທີ່ດີ, ປອດໄພຕໍ່ການຕິດເຊື້ອໂຄວິດ-19

ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກ ແຂວງຜົ້ງສາລີ ໃຫ້ສຳພາດວ່າ: ຄາດໝາຍເບື້ອງຕົ້ນການສັກວັກຊີນປ້ອງກັນພະບາດຂອງພະຍາດໂຄວິດ-19 ປີ 2022 ນີ້ ເຂັມທີ 1 ແລະ ເຂັມທີ 2 ໃຫ້ບັນ 90% ຂຶ້ນໄປ, ສ່ວນເຂັມທີ 3 ໃຫ້ບັນລຸ 50% ຂຶ້ນໄປ. ໃນພາກປະຕິບັດຕົວຈິງ; ປັດຈຸບັນ ປະຊາຊົນທີ່ໄດ້ຮັບວັກຊິນເຂັມທີ 1 ແລະ ເຂັມທີ 2 ກວມເອົາ 90% ແລະ ເຂັມກະຕຸ້ນ ຫລື ເຂັມ 3 ກວມເອົາ 30%. ສະນັ້ນ, ໃນໄລຍະ 3 ເດືອນທ້າຍປີນີ້ ທາງພະແນກສາທາລະນະສຸກແຂວງ ຈະສືບຕໍ່ໃຫ້ການບໍລິການສັກຢາປ້ອງກັນພະຍາດໂຄວິດ-19 ເຂັ້ມທີ 1 ໃຫ້ຜູ້ທີ່ພາດໂອກາດ, ເຂັມທີ 2, ເຂັມທີ 3 ແລະ ເຂັມທີ 4 ສໍາລັບຜູ້ທີ່ຮອດກໍານົດ ເພື່ອເຮັດແນວໃດ ໃຫ້ປະຊາຊົນໄດ້ຮັບພູມຄຸ້ນກັນທີ່ດີ, ມີຄວາມປອດໄພຕໍ່ການຕິດເຊື້ອ ແລະ ບໍ່ແຜ່ເຊື້ອສູ່ຜູ້ອື່ນ; ການດໍາລົງຊີວິດໃນສັງຄົມຈະໄດ້ກັບສູ່ຄວາມເປັນປົກກະຕິສືບຕໍ່ໄປ.

ທ່ານ ຍັງໃຫ້ຮູ້ອີກວ່າ: ຜ່ານມາປະຊາຊົນບາງເຂດ ພົບບັນຫາຫຍຸ້ງຍາກໃນການເຂົ້າເຖິງວັກຊິນໂຄວິດ-19 ແລະ ປະຊາຊົນຈໍານວນໜຶ່ງຍັງມີຄວາມເຂົ້າຜິດ ກ່ຽວກັບກັບວັກຊິນ ເພາະເຂົາຄິດວ່າຖ້າສັກວັກຊີນແລ້ວ ຈະເປັນອັນຕະລາຍຕໍ່ຊິວິດ, ແຕ່ພາຍຫລັງທີ່ພະແນກສາທາສຸກແຂວງ ລົງໄປໃຫ້ຂໍ້ມູນທີ່ຖືກຕ້ອງແກ່ປະຊາຊົນ ເຮັດໃຫ້ເຂົາເຈົ້າມີຄວມຕື່ນຕົວເຂົ້າມາຮັບວັກຊີນ ຕາມຈຸດໃຫ້ບໍລິການສັກວັກຊີນ.

ປັດຈຸບັນ, ພະແນກສາທາລະນະສຸກ ແຂວງຜົ້ງສາລີ ໄດ້ຮັບອຸປະກອນເຄື່ອງສຽງ, ລະບົບໂທລະໂຄ່ງ ລວມມີ: ດອກລໍາໂພງ, ໄມ, ເຄື່ອງຂະຫຍາຍສຽງ ແລະ ສາຍເຄເບີນ ໂດຍການສະໜັບສະໜູນ ຈາກພະແນກ ການເງິນ ແລະ ບໍລິຫານ (DFAM) ແລະ ອົງການອຸຍນີເຊບ(unicef) ໂດຍຜ່ານສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ ແລ້ວໄດ້ນຳແຈກຢາຍ ໃຫ້ແກ່ບ້ານເປົ້າໝາຍໃນ 7 ເມືອງພາຍໃນແຂວງຜົ້ງສາລີ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ແກ່ຊຸມຊົນ ໃນວຽກງານການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ກວ້າງຂວາງກວ່າເກົ່າ.