ວັນສາຍຕາໂລກ ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງຄືກຄັກພິເສດ

78

ວັນທີ 13 ຕຸລາ ເປັນວັນສາຍຕາໂລກ ສູນປິ່ນປົວ ແລະຮັກສາສຸຂະພາບຕາທົ່ງປົ່ງ ຈັດກິດຈະກຳພິເສດ ກວດ ແລະຜ່າຕາຕາຟຣີ ໂດຍສະເພາະແມ່ນຜູ້ທີ່ມີບັນຫາກ່ຽວກັບແກ່ນຕາຂຸ້ນ.

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກ ມູນນິທິເຟຣດໂຮໂລ ອົງການ Cbm JAPB Alcom ຈັດກິດຈະກຳວັນສາຍຕາໂລກ ຂຶ້ນໃນວັນທີ 13 ຕຸລາ 2022 ທີ່ສູນດັ່ງກ່າວ ໂດຍມີທ່ານ ສຈ ດຣ ວິທູນ ວິສອນນະວົງ ທີ່ປຶກສາສະມາຄົມແພດພະຍາບານຕາລາວ ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ພ້ອມດ້ວຍອົງການຈັດຕັ້ງສາກົນ ແພດໝໍ ແຂກຖຶກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ຄຳຄູນ ໂຫລານຸພາບ ໄດ້ໃຫ້ຮູ້ເຖິງວັນດັ່ງກ່າວວ່າ: ປີນີ້ ຄົບຮອບ 23 ປີ ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ ໃນແຕ່ລະປີ ທົ່ວໂລກແມ່ນພ້ອມກັນສະເຫຼີມສະຫຼອງ ໃນນັ້ນ ກະຊວງສາທາລະນະສຸກ ກໍຄືສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໄດ້ຈັດພິທີສະເຫຼີມສະຫຼອງເພື່ອຕ້ອນຮັບເອົາວັນດັ່ງກ່າວ ເຊິ່ງໃນນີ້ ໄດ້ມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າ ພິເສດ ຖ້າພົບຄົນເຈັບກໍລະນີຕາມົວ ຕາບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນພະຍາດຕາຂຸ້ນ ພວກເຮົາຈະໄດ້ບໍລິການຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ ໝາຍຄວາມວ່າ ຄ່າໄຊ້ຈ່າຍໃນການຜ່າຕັດໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫຼາຍ ບໍ່ວ່າທັງພາຍໃນ ກໍຄືຕ່າງປະເທດ ໄດ້ບິແບ່ງປັນນໍ້າໃຈບໍລິຈາກເປັນເງິນ ເປັນວັດຖຸ ເພື່ອຊ່ວຍເຫຼືອຄົນຕາບອດຜູ້ທຸກຍາກໃນ ສປປ ລາວ.

ເພື່ອຮ່ວມສະຫຼອງວັນດັ່ງກ່າວ ທາງສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໄດ້ສົມທົບອົງການຈັດຕັ້ງສາກົນ ໂດຍສະເພາະແມ່ນອົງການ ຊີບີເອມ ແລະ ພາກສ່ວນຕ່າງໆ ໃຫ້ມີການຈັດຕັ້ງກິດຈະກໍາສະເຫຼີມສະຫຼອງວັນສາຍຕາໂລກ ແລະ ໃຫ້ການບໍລິການກວດ ປິ່ນປົວ ແລະ ຜ່າຕັດຕາໃຫ້ຜູ້ທີ່ມີບັນຫາກ່ຽວກັບຕາ ໂດຍສະເພາະແມ່ນແກ່ນຕາຂຸ້ນ ພ້ອມວັດແທກສາຍຕາ ແລະ ແຈກແວ່ນຕາໃຫ້ກັບຜູ້ເຂົ້າຮ່ວມງານ ລວມທັງຈະມີກິດຈະກຳ ຍ່າງເພື່ອສຸຂະພາບໃນວັນເສົາ 15 ຕຸລາ 2022 ທີ່ເດີນພະທາດຫຼວງ ແຕ່ເວລາ 05:00 ໂມງ ຫາ 07:30 ໂມງ ເປັນຕົ້ນໄປ ແລະ ຄາດວ່າຈະມີຜູ້ມາໃຊ້ບໍລິການກວດສຸຂະພາບຕາບໍ່ຫຼຸດຮ້ອຍຄົນ ແລະ ຜ່າຕັດຕາບໍ່ຫຼຸດ 20 ຄົນ.