ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ ວັນທີ 14 ຕຸລາ 2022 ວ່າ: ພາຍຸດີເປູ່ຊັ່ນຢູ່ເຂດທະເລຈີນໃຕ້ຕອນກາງ, ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ຈະສືບຕໍ່ມີກໍາລັງແຮງເພີ່ມຂື້ນ ກາຍເປັນພາຍຸໝຸນເຂດຮ້ອນໃນໄລຍະຕອນທ່ຽງວັນທີ 14 ຕຸລາ 2022.
ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ, ພ້ອມທັງຂໍໃຫ້ກະກຽມເກັບມ້ຽນວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງໃນໄລຍະວັນທີ 14 ຫາ 15 ຕຸລາ 2022.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 14/10/2022 ຫາ ເວລາ 07 ໂມງຂອງວັນທີ 15/10/2022.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.ອຸນຫະພູມໃນລະຫວ່າງ 16 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 19 – 32 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຍັງເຢັນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນ, ຈະມີຝົນຕົກ ໃນລະດັບຄ່ອຍ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 13 – 26 ອົງສາ.
ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 28 ອົງສາ.
ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 15 – 23 ອົງສາ