ຕາມລຳດັບ ກວດທົດສອບຄວາມສາມາດພະນັກງານຄັງເງິນ ເທື່ອນີ້ລົງແຂວງອຸດົມໄຊ

82

ຄັງເງິນຖືເປັນພາກສ່ວນທີ່ສຳຄັນຫຼາຍໃນການເຮັດວຽກງານການເງິນ ພະນັກງານທີ່ເຮັດວຽກໃນຄັງເງິນຈິ່ງຕ້ອງ ເປັນຜູ້ຮອບຮູ້ດ້ວຍຄວາມຮູ້ວິຊາສະເພາະ ຄວາມສາມາດຮອບດ້ານ ເຮັດວຽກຢ່າງມີຜະສິດທິຜົນ ອັນສຳຄັນແມ່ນໃຫ້ວິຊາສະເພາະຖືກຕາມສາຍວຽກທີ່ເຮັດຢູ່ ເຊິ່ງຜ່ານມາ ຄັງເງິນນະຄອນຫຼວງວຽງຈັນ ແມ່ນໄດ້ເສັງທົດສອບເປັນທີ່ຮຽບຮ້ອຍແລ້ວ ແລະຫຼ້າສຸດນີ້ແມ່ນຢູ່ແຂວງອຸດົມໄຊ.

ໃນວັນທີ 13 ຕຸລາ 2022 ທີ່ແຂວງອຸດົມໄຊ, ຄັງເງິນແຫ່ງຊາດ ໄດ້ດຳເນີນການທົດສອບຄວາມຮູ້ ຄວາມສາມາດ ພະນັກງານ-ລັດຖະກອນ ຄັງເງິນປະຈຳແຂວງ, ຄັງເງິນປະຈຳເມືອງ ແລະໃນເຂດເທດສະບານ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ແລະ ທ່ານ ນາງ ພາວັນ ສຸພອນສີ ຫົວໜ້າຄັງເງິນ ປະຈຳແຂວງອຸດົມໄຊ, ມີຮອງຫົວໜ້າຄັງເງິນປະຈຳແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ບັນດາຫົວໜ້າ-ຮອງຫົວໜ້າ ຄັງເງິນປະຈຳເມືອງ ພ້ອມດ້ວຍ ວິຊາການຄັງເງິນ ປະຈຳແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໜູເຊີຍ ພົມສີຈັນ ໃຫ້ຮູ້ວ່າ: ໂດຍອີງຕາມແຜນພັດທະນາ ຂະແໜງຄັງເງິນ 05 ປີ ໄລຍະປີ 2021-2025 ໃນແຜນງານທີ 6 ກ່ຽວກັບວຽກງານກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ຊຶ່ງພະນັກງານ-ລັດຖະກອນ ຂະແໜງຄັງເງິນຕ້ອງໄດ້ຜ່ານ ການປະເມີນຜົນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງພະນັກງານ-ລັດຖະກອນ ປະຈຳປີ ແບບປົກກະຕິ ແລະ ແບບສະເພາະ ກ່ອນການສະເໜີແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງບໍລິຫານໃດໜຶ່ງ ເພື່ອຮັບປະກັນຄວາມຮັບຜິດຊອບ ທີ່ໄດ້ຮັບມອບໝາຍ ແລະ ເປັນພື້ນຖານຄົ້ນຄວ້າຈັດວາງຕຳແໜ່ງງານ ໃຫ້ສອດຄ່ອງກັບຄວາມຮູ້ຄວາມສາມາດ.

ທັ້ງນີ້ກໍ່ເພື່ອນຳໄປຈັດຕັ້ງປະຕິບັດໃນພາຍຂ້າງໜ້າ ແລະ ເປັນວຽກໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອເປັນການຢັ້ງຢືນ ແລະ ທົດສອບເຖິງຄວາມຮູ້, ຄວາມສາມາດຂອງພະນັກງານ-ລັດຖະກອນ ທັ້ງນີ້ ເພື່ອຕອບສະໝອງຄວາມຮຽກຮ້ອງຕ້ອງການ ໃນການບັນຈຸຊັບຊ້ອນ ຈັດວາງພະນັກງານ ຜູ້ທີ່ມີຄວາມຮູ້ ຄວາມສາມາດ ເຂົ້າໃນແຕ່ລະຕໍາແໜ່ງງານ ໃຫ້ຖືກຕ້ອງເໜາະສົມ ແລະ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃນຄວາມຮັບຜິດຊອບ ມີສະຕິຕໍ່ການຈັດຕັ້ງ ປັບປຸງແບບແຜນວິທີການເຮັດວຽກ ໃຫ້ເຂົ້າສູ່ທັນສະໄໝ, ໂປ່ງໃສ, ຂາວສະອາດ, ເຂັ້ມງວດເດັດຂາດ, ມີຄວາມສາມັກຄີ, ເປັນເອກະພາບໃນການເຄື່ອນໄຫວເຮັດວຽກຕາມການມອບໝາຍ.


ສະນັ້ນ, ຈຶ່ງໄດ້ ດໍາເນີນການທົດສອບ ວັດລະດັບຄວາມຮູ້ ຄວາມສາມາດ ໃນຄັ້ງນີ້ ຜູ້ທີ່ເຂົ້າຮ່ວມ ຈະຕ້ອງປະຕິບັດຕາມ ລະບຽບການສອບເສັງ ຕາມລະບຽບການ ທົດສອບວັດລະດັບ ຂອງພະນັກງານ-ລັດຖະກອນ ຂະແໜງຄັງເງິນ ສະບັບເລກທີ 4749/ຄງຊດ ລົງວັນທີ 09 ກັນຍາ 2022. ນອກຈາກນັ້ນ, ພາຍຫຼັງ ສຳເລັດການທົດສອບ ຈັດລະດັບຄະແນນແລ້ວ ຄະນະຮັບຜິດຊອບ ຈະໄດ້ສະຫຼຸບລາຍງານ ຜົນການທົດສອບ ໃຫ້ຄະນະນຳຄັງເງິນແຫ່ງຊາດ ຮັບຊາບ ເພື່ອເປັນບ່ອນອີງ ໃນການກໍ່ສ້າງ, ບຳລຸງ, ຍົກລະດັບ, ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ຕີລາຄາປະເມີນຜົນ, ເລືອກເຟັ້ນ, ແນໃສ່ ໃຫ້ພະນັງານ-ລັດຖະກອນ ຂະແໜງຄັງເງິນ ຕ້ອງໄດ້ບຸກບືນ ຝຶກຝົນ ຫຼໍ່ຫຼອມຕົນເອງ ໃຫ້ໄດ້ ມາດຕະຖານ ທີ່ກຳນົດ.