ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 5,4 ແສນໂຕນ

22

ສຳນັກຂ່າວຊິນຫົວ ລາຍງານວ່າ: ຊິນຮວາຂອງສະມາຄົມຜູ້ສົ່ງອອກເຂົ້າຂອງມຽນມາ ເປີດເຜີຍວ່າ ໃນໄລຍະ 6 ເດືອນຜ່ານມາ, ມຽນມາ ໄດ້ສົ່ງອອກເຂົ້າຫຼາຍ ກວ່າ 544.352 ໂຕນ ແລະ ເຂົ້າຫັກຫຼາຍກວ່າ 439.429 ໂຕນ.

May be an image of 2 people and indoor

ກົມສະຖິຕິທາງຂອງມຽນມາ ລະບຸວ່າ: ມຽນມາ ໄດ້ສົ່ງອອກເຂົ້າ ໃນເດືອນເມສາ ຈຳນວນ 144.034 ໂຕນ, ເດືອນພຶດສະພາ 94.691 ໂຕນ ແລະ ອື່ນໆ. ມຽນມາ ຈັດສົ່ງເຂົ້າ ແລະ ເຂົ້າຫັກ ສ່ວນໃຫຍ່ຜ່ານທາງທະເລ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະການສົ່ງອອກເຂົ້າໄປຍັງ ຈີນ, ຍີ່ປຸ່ນ, ເອີຣົບ, ອິນໂດເນເຊຍ, ບັງກລາເທດ ແລະ ອື່ນໆ.

May be an image of 1 person

ເຂົ້າເປັນພືດທີ່ມີການປູກຝັງຫຼາຍທີ່ສຸດໃນມຽນມາ ຮອງລົງມາແມ່ນຖົ່ວ. ນອກຈາກນັ້ນ, ມຽນມາ ກຳລັງດຳເນີນງານເພື່ອສົ່ງເສີມການຜະລິດເຂົ້າ ແລະ ສົ່ງອອກເຂົ້າ ທີ່ມີຄຸນນະພາບອີກດ້ວຍ.