ເຂົ້າສູ່ປາຍຝົນຕົ້ນໜາວແລ້ວ ແຕ່ລາຄາພືດຜັກ ຕາມທ້ອງຕະຫຼາດຍັງສູງປີນີ້

104

ພືດຜັກ ແມ່ນຈຳເປັນໃນສ່ວນປະກອບການປຸງແຕ່ງອາຫານ ແລະ ເປັນສິນຄ້າທີ່ຈຳເປັນຕ້ອງໃຊ້ທຸກມື້ ເຊິ່ງປັດຈຸບັນແມ່ນກ້າວເຂົ້າສູ່ລະດູປາຍຝົນຕົ້ນໜາວແລ້ວ ແຕ່ລາຄາພືດຜັກທີ່ຈຳເປັນຍັງມີລາຄາສູງ ໂດຍສະເພາະແມ່ນ: ຜັກບົ້ງ, ຜັກກາດຊອມ, ຫອມປ້ອມ, ຫອມບົ່ວ, ຫອມລາບ, ຜັກຫົມ…., ຂະນະທີ່ລາຄາຊີ້ນງົວ, ໝູ ແລະ ປາ ຍັງຢູ່ໃນເກນປົກກະຕິ ຖ້າທຽບໃສ່ອາທິດຜ່ານມາ.

ຈາກການລົງຕິດຕາມເບິ່ງລາຄາພືດຜັກຢູ່ຕະຫຼາດບຶງທາດຫຼວງ ເມືຶອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນອາທິດນີ້ເຫັນວ່ານັບ ມາເຖິງປັດຈຸບັນ ລາຄາພືດຜັກແມ່ນມີລາຄາສູງຂຶ້ນຢູ່ ແລະ ມີຜັກບາງຊະນິດລາຄາສູງຂຶ້ນເທົ່າຕົວ ຈາກທ້າຍເດືອນກັນຍາ 2022 ຜ່ານມາ ໂດຍສະເພາະລາຄາພືດຜັກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນເຊັ່ນ: ຜັກຫົ່ມ ລາຄາ 20 ພັນກີບຕໍ່ກິໂລກຼາມ; ຜັກກາດຊອມ 13-18 ພັນກີບຕໍ່ກິໂລ; ຜັກບົ້ງ 20-25 ພັນກີບຕໍ່ກິໂລ; ຫອມປ້ອມ 60-70 ພັນກີບຕໍ່ກິໂລ; ຫອມບົ່ວ 70-80 ພັນກີບຕໍ່ກິໂລ; ຫອມລາບ 35-40 ພັນກີບຕໍ່ກິໂລ.

ຂະນະທີ່ຜັກບາງຊະນິດລາຄາຍັງເທົ່າເດີມຄື: ຜັກກາດຂາວ 8-10 ພັນກີບຕໍ່ກິໂລ; ໝາກນາວ 8-10 ພັນກີບຕໍ່ກິໂລ; ໝາກເຫຼັ່ນ 16-18 ພັນກີບຕໍ່ກິໂລ; ໝາກເຜັດ 18-25 ພັນກີບຕໍ່ກິໂລ; ສະຫຼັດ 25-30 ພັນກີບຕໍ່ກິໂລ; ໝາກເຂືອ 10-15 ພັນກີບຕໍ່ກິໂລ.

ສ່ວນລາຄາປະເພດຊີ້ນ ແລະ ປາ (ແຕ່ລະປະເພດ): ຊີ້ນງົວ 80-1 ແສນກີບຕໍ່ກິໂລ; ຊີ້ໝູ ປະເພດໜຶ່ງ 65 ພັນກີບຕໍ່ກິໂລ, ປະເພດສອງ 55 ພັນກີບຕໍ່ກິໂລ; ລາຄາປານິນກະຊັງ 28 ພັນກີບຕໍ່ກິໂລ; ປານິນໜອງ 28-32 ພັນກີບຕໍ່ກິໂລ.

ແມ່ຄ້າທ່ານໜຶ່ງຢູ່ຕະຫຼາດບຶງທາດຫຼວງ, ເມືອງໄຊເສດຖາ ໃຫ້ຮູ້ວ່າໄລຍະນີ້ ເຖິງຈະເປັນຊ່ວງລະດູປາຍຝົນຕົ້ນໜາວ ແຕ່ການຜະລິດຂອງປະຊາຊົນຍັງບໍ່ຫຼາຍ ເພາະຫາກໍຢຸດຝົນ ແລະ ຫຼາຍເຂດຫາກໍເລີ່ມປູກພືດຜັກລະດູແລ້ງ. ດັ່ງນັ້ນ, ຄາດວ່າອີກບໍ່ດົນລາຄາຜັກກໍອາດຈະຖືກລົງ ແລະ ປັດຈຸບັນກໍມີຜັກທີ່ປູກຢູ່ເຂດພູຄູນສົ່ງມາຫຼາຍແນ່ ກໍເຮັດໃຫ້ຜັກບາງຊະນິດຖືກລົງ.