ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ ປະຊຸມຮ່ວມກຽມພ້ອມໃສ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດ

96

ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມກັນ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ແລະ ເພື່ອປະຕິບັດກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະ ສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ. ໃນວັນທີ 11 ຕຸລາ 2022 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າຈາກບັນດາ ກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.


ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລະ ແລກປ່ຽນຄຳເຫັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບກັນ ຕໍ່ບັນດາເນື້ອໃນ ແລະ ໃນຂອບເຂດຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນຕໍ່ໜ້າ; ເປັນເອກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີລາຄາ, ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ລັດຖະບານ ກັບສະພາແຫ່ງຊາດຕື່ມ.
ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກ ສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:


ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 09 ເດືອນ, ຄາດຄະເນ 03 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023.
ລາຍງານໂດຍລວມ ກ່ຽວກັບຄວາມຄືບໜ້າການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດບ້ວງປົກກະຕິ ແລະ ການອວ່າຍໜີ້ 3 ແຈ, ໂດຍສະເພາະ ບັນດາໂຄງການທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ແລະ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດ;
ລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການສະໜອງເງິນຕາ ເພື່ອຮັບປະກັນການນໍາເຂົ້າ ນໍ້າມັນເຊື້ອໄຟ ສໍາລັບໄລຍະກາງ ແລະ ໄລຍະຍາວ; ມາດຕະການແກ້ໄຂເງິນເຟີ້ ສໍາລັບໄລຍະກາງ ແລະ ໄລຍະຍາວ;


ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້ານໍ້າມັນເຊື້ອໄຟ ໃນເງື່ອນໄຂສະພາບເສດຖະກິດ ມີຄວາມຫຍຸ້ງຍາກ;
ລາຍງານການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການອະນຸຍາດສຳປະທານ ແລະ ການແບ່ງຂັ້ນຄຸ້ມຄອງ;
ລາຍງານສະພາບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ຂອງຫວຽດນາມ-ລາວ ຢູ່ ສປປ ລາວ.
ລາຍງານກ່ຽວກັບການພັດທະນາທ່າບົກ ຕາມທີ່ກຳນົດໄວ້ໃນຍຸດທະສາດໂລຊິດສະຕິກ ຂົນສົ່ງສິນຄ້າ ຢູ່ ສປປ ລາວ;
ແຜນການສ້າງກົດໝາຍ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025;


ປຶກສາຫາລືບັນດາຫົວຂໍ້ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;

-ປຶກສາຫາລື ແລະ ຖອດຖອນບົດຮຽນວິທີການລາຍງານຂອງລັດຖະບານ, ການຕັ້ງຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ການຕອບຄໍາຊັກຖາມ ຂອງສະມາຊິກລັດຖະບານ ຕໍ່ກອງປະຊຸມສະພາແຫ່ງຊາດ.


ພາບ ແລະ ຂ່າວ ໂດຍ: ກົມປະຊາສໍາພັນ, ຫສນຍ