ນັກສຶກສາ ແລະ ຄູ-ອາຈານ ຫຼາຍກວ່າ 900 ຄົນ ຮ່ວມມືກັນດຳເນີນກິດຈະກຳ “ສະອາດທົ່ວລາວ”

73

ນັກສຶກສາ ແລະ ຄູ-ອາຈານ ຫຼາຍກວ່າ 900 ຄົນ ຈາກໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບທົ່ວ 18 ແຂວງ ໄດ້ຮ່ວມມືກັນດຳເນີນກິດຈະກຳ “ສະອາດທົ່ວລາວ” ພາຍໃຕ້ແຄມເປນ ສຸຂະພາບໜຶ່ງດຽວ (One Health) ເຊິ່ງໄດ້ຮັບການສະໜັບສະໜູນໂດຍຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ລວມທັງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.

ກິດຈະກຳ “ສະອາດທົ່ວລາວ” (Clean up Laos) ຄັ້ງນີ້ ຈັດຕັ້ງຂຶ້ນເພື່ອປູກຈິດສຳນຶກຂອງປະຊາຊົນກ່ຽວກັບແນວຄວາມຄິດ “ສຸຂະພາບໜຶ່ງດຽວ” ຫຼື One Health. ແນວທາງຂອງ​ສຸຂະພາບໜຶ່ງ​ດຽວແມ່ນເພື່ອໃຫ້ສັງຄົມ​ຮັບ​ຮູ້​ວ່າ​ສຸຂະພາບ​ຂອງ​ມະນຸດ​ແມ່ນ​ຕິດ​ພັນ​ກັບ​ສຸຂະພາບ​ຂອງ​ສັດ​ ແລະ ​ສິ່ງ​ແວດ​ລ້ອມ​ຢ່າງ​ແໜ້ນ​ແຟ້ນ. ທ່ານ ປອ. ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ເປັນປະທານຮ່ວມໃນງານດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຄມເປນການໂຄສະນາປູກຈິດສຳນຶກສຸຂະພາບໜຶ່ງດຽວທີ່ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ.

ທ່ານ ປອ. ສາຍສະໝອນ ງາມສີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ເຫັນກິດຈະກໍາແບບນີ້ເກີດຂຶ້ນໃນສັງຄົມ, ງານຄັ້ງນີ້​ເອງກໍເປັນດັ່ງ​ການ​ຢັ້ງຢືນ​ເຖິງ​ຄວາມ​ສາມາດ ​ແລະ ຄວາມຊື່ສັດຂອງ​ໄວ​ໜຸ່ມ​ຕໍ່ກັບປະ​ເທດ​ຊາດ​ເຮົາ ​ແລະ ​ຍິ່ງໄປກວ່ານັ້ນແມ່ນໄດ້ເຫັນວ່າມີຕົວແທນຈາກ​ທຸກ​ແຂວງ​ໃນ​ທົ່ວ​ປະ​ເທດ​​​ເຂົ້າ​ຮ່ວມກິດຈະກຳນີ້ອີກດ້ວຍ, ດ້ວຍເຫດນັ້ນຍິ່ງເຮັດ​ໃຫ້​ງານ​ດັ່ງກ່າວ​ນີ້ເປັນວາລະແຫ່ງຊາດ​ຢ່າງ​ແທ້​ຈິງ” ກ່າວໂດຍ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້​ກ່າວ​ວ່າ“ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ​ການ​ເສື່ອມ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ​ແມ່ນ​ໄພ​ຂົ່ມ​ຂູ່​ຕໍ່ກັບ​ເອີ​ຣົບກໍຄືຕໍ່ທົ່ວ​ໂລກເຊັ່ນກັນ. ສະຫະພາບເອີຣົບແມ່ນຜູ້ສະໜັບສະໜູນຫຼັກຂອງ ກິດຈະກໍາ ວັນທໍາຄວາມສະອາດ ໃນທົ່ວໂລກ. ແລະ ທຸກຄັ້ງທີ່ມີການຈັດງານດັ່ງກ່າວຂຶ້ນ ມັນໄດ້ເປັນການເຕົ້າໂຮມຊຸມຊົນຕ່າງໆມາເພື່ອຈຸດປະສົງດຽວກັນ ນັ້ນກໍຄື ການຫຼຸດຜ່ອນຄວາມເສື່ອມໂຊມຂອງສິ່ງແວດລ້ອມ ແລະ ປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງຊີວະນາໆພັນໃນພື້ນທີ່ທີ່ພວກເຮົາທຸກຄົນອາໄສຢູ່ຮ່ວມກັນ. ເພາະວ່າ ອາກາດທີ່ສົດຊື່ນ, ນໍ້າທີ່ສະອາດ, ພືດ ແລະ ຊີວະນາໆພັນທີ່ແຂງແຮງ ມີຄວາມສຳຄັນຕໍ່ທຸກໆຄົນ ແລະ ມັນກໍເປັນພື້ນຖານຍຸດທະສາດ ຂໍ້ຕົກລົງສີຂຽວ EU ຂອງພວກເຮົາ (EU Green Deal strategy).”

ນັກສຶກສາທີ່ໄດ້ເຂົ້າຮ່ວມກິດຈະກຳອະນາໄມເກັບຂີ້ເຫຍື້ອໃນພື້ນທີ່ທີ່ກຳນົດໃນງານຄັ້ງນີ້ແມ່ນໄດ້ຮຽນຮູ້ກ່ຽວກັບຜົນກະທົບຂອງຂີ້ເຫຍື້ອ ແລະ ສິ່ງເສດເຫຼືອໃນນໍ້າທີ່ມີຕໍ່ກັບສິ່ງແວດລ້ອມ, ໄດ້ຮຽນຮູ້ວ່າໄມໂຄພລາສຕິກສາມາດເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມໄດ້ ແລະ ນໍ້າຕົກຄ້າງຈາກສິ່ງເສດເຫຼືອເປັນສາເຫດທີ່ເຮັດໃຫ້ເກີດພາຫະນຳເຊື້ອ, ໜຶ່ງໃນສາເຫດຕົ້ນຕໍຂອງບັນຫາທາງດ້ານໂພສະນາການພາຍໃນປະເທດ.

​ກິດຈະກຳດັ່ງກ່າວ, ຍັງ​ໄດ້​ຊຸກຍູ້​ໃຫ້​ປະຊາຊົນ​ມີ​ສະຕິ ​ແລະ ຖິ້ມ​ຂີ້ເຫຍື້ອ​​ໃຫ້ຖືອຕ້ອງຕາມ​ສະຖານ​ທີ່​ທີ່​​ກຳນົດໄວ້ ເພາະວ່າການຖິ້ມຂີ້ເຫຍື້ອທີ່ບໍ່ຖືກຕ້ອງສາມາດນໍາໄປສູ່ການເກີດນ້ຳຂັງໃນບາງພື້ນທີ່ ແລະມັນສາມາດກາຍມາເປັນແຫຼ່ງເພາະພັນຂອງຍຸງທີ່ພາໃຫ້ເກີດພະຍາດໄຂ້ຍຸງໄດ້.

ນຳພາໂດຍຄູ-ອາຈານ, ນັກສຶກສາຈາກໂຮງຮຽນທີ່ເຂົ້າຮ່ວມໄດ້ມີການອະນາໄມບໍລິເວນອ້ອມແອ້ມໂຮງຮຽນ ແລະ ວິທະຍາໄລຂອງຕົນ ພ້ອມກັນ ໃນວັນທີ 13 ກັນຍາ ນີ້. ກິດຈະກຳທັງໝົດແມ່ນໄດ້ມີການຖ່າຍທອດສົດຜ່ານໜ້າເຟສບຸກ One Health Laos ສຸຂະພາບໜຶ່ງດຽວ, ໜ້າເຟສບຸກຂອງສະຫະພາບເອີຣົບ ປະຈຳ ສປປ ລາວ (European Union in Laos) ແລະ ໜ້າເຟສບຸກຂອງ ໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບ (TVET) ຂອງແຕ່ລະແຂວງ.

ສະຫະພາບເອີຣົບແມ່ນການຮ່ວມງານຂອງ 27 ປະເທດໃນເອີຣົບ ແລະ ບັນດາປະເທດສະມາຊິກ ໂດຍແມ່ນຜູ້ສະໜອງທຶນລາຍໃຫຍ່ທີ່ສຸດທີ່ໃຫ້ການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ ພ້ອມກັບການຊ່ວຍເຫຼືອດ້ານມະນຸດສະທໍາໃນທົ່ວໂລກ ແລະ ປະຊາຊົນທີ່ເຮັດວຽກຮ່ວມກັນເພື່ອຢຸດຄວາມທຸກຍາກ.