ງາມຄົມສົມຕໍາແໜ່ງ! ຈິນຕະນາ ຄິດາພອນ Miss Earth Laos ຄົນຫຼ້າສຸດ

117

ງາມຄົມສົມຕໍາແໜ່ງທີ່ສຸດ ສະແດງຄວາມຍິນດີດ້ວຍ ກັບເຈົ້າຂອງຕໍາແໜ່ງ Miss Earth Laos ມີສເອີສລາວ 2022 ຄົນຫຼ້າສຸດ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງໃນຄັ້ງນີ້ ນັ້ນກໍຄື ນ້ອງ ຕາໂຕ ຈິນຕະນາ ຄິດາພອນ ຜູ້ຄອງມຸງກຸດທີສອງຂອງເວທີດັ່ງກ່າວ ແລະ ເພື່ອເປັນຕົວແທນສາວລາວ ເຂົ້າຮ່ວມປະກວດ ໃນເວທີ Miss Earth 2022 ໃນທ້າຍປີນີ້ ທີ່ປະເທດ ພິລິບປີນ.

ສໍາລັບ ຈິນຕະນາ ຄິດາພອນ (ຕາໂຕ), ສ່ວນສູງ 168cm , ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ເສັ້ນທາງສາຍການປະຫວດໃນເວທີຜ່ານມາ ແມ່ນເຄີຍປະກວດ Miss world 2018, Lao supermodel 2019 ພ້ອມນີ້, ຍັງຜ່ານເວທີເດີນແບບ, ຖ່າຍແບບມາແລ້ວຫຼາຍເວທີເລີຍ

ເຊິ່ງໃນປີນີ້ລາວເຮົາໄດ້ຈັດຂຶ້ນເປັນປີທຳອິດ ເພື່ອຮ່ວມສົ່ງກຳລັງໃຈ ແລະ ຮ່ວມສ້າງປະຫວັດສາດໃນການສົ່ງ Miss Earth Laos ໃນຄັ້ງນີ້ ທາງກອງປະກວດ ຈຶ່ງໄດ້ຈັດງານຖະແຫຼງຂ່າວແລະແຕ່ງຕັ້ງ Miss Earth Laosປະຈຳປີ2022ຂຶ້ນ ໃນວັນທີ 12 ຕຸລາ 2022 ທີ່ໂຮງແຮມລາວເທວ ພາຍໃນງານແມ່ນໄດ້ມີບຸກຄົນໃນວົງການບັນເທີງເຂົ້າຮ່ວມເປັນຈໍານວນຫຼາຍ ທັງດາລາ, ນາງງາມ, ນັກຮ້ອງ ແລະ ນາຍແບບ ລວມທັງຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມພາຍໃນງານດັ່ງກ່າວຢ່າງຄຶກຄື້ນເລີຍ.

ສາວງາມຄົນນີ້ ເປັນຜູ້ທີ່ມີຈຸດເດັ່ນ ນອກຈາກຄວາມໝັ້ນໃຈແລ້ວ ແມ່ນເປັນນາງງາມທີ່ພ້ອມໃຊ້ ແລະ ທາງປະທານກອງປະກວດຍັງໄດ້ບອກຕື່ມວ່າ ນ້ອງເປັນຜູ້ທີ່ມີຄວາມພ້ອມທີ່ສຸດ ເພາະນ້ອງມີການກຽມຄວາມພ້ອມໃນທຸກໆດ້ານ ແລະ ມີຄວາມເປັນນັກສູ້ໃນໂຕ ສະນັ້ນທາງກອງປະກວດຈຶ່ງໄດ້ແຕ່ງຕັ້ງຕັ້ງໃຫ້ນ້ອງເປັນຕົວແທນຂອງສາວງາມຈາກປະເທດລາວເຮົາ ໄປຮ່ວມປະກວດໃນເວທີສາກົນນັ້ນເອງ.

ພ້ອມນນີ້, ນ້ອງຈິນຕະນາຍັງໄດ້ເວົ້າເຖິງຄວາມຮູ້ສຶກຂອງຕົນເອງ ທີ່ໄດ້ຮັບເລືອກໃຫ້ເປັນ Miss Earth Laos 2022ນີ້ວ່າ: ຕົນເອງແມ່ນຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ທາງຜູ້ໃຫຍ່ໄດ້ໃຫ້ໂອກາດ ແລະ ເຫັນໄດ້ເຖິງຄວາມຕັ້ງໃຈ ຄວາມສາມາດທີ່ຕົນເອງມີ ພ້ອມນີ້ກໍຂໍຂອບໃຈທຸກໆພາກສ່ວນທີ່ໃຫ້ການສະໜັບສະໜູນ ໂດຍສະເພາະງານໃນມື້ີ້ແມ່ນຈັດໃຫຍ່ ສະນັ້ນຕົນເອງຈຶ່ງຕື່ນເຕັ້ນເປັນພິເສດ ແລະ ຕົນເອງຈະເຮັດໜ້າທີ່ໃຫ້ດີທີ່ສຸດໃນການເປັນຕົວແທນຂອງແມ່ຍິງລາວ ເພື່ອໄປເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ສະຖານທີ່ທ່ອງທ່ຽວທໍາມະຊາດທີ່ອດົມສົມບູນຂອງລາວເຮົາໃຫ້ສາກົນໄດ້ຮັບຮູ້.

ທີມຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີກັບນ້ອງ ຈິນຕະນາອີກຄັ້ງ ແລະ ກໍຂໍຝາກແຟນຂ່າວບັນເທີງທຸກຄົນຊ່ວຍຕິດຕາມໃຫ້ການສະໜັບສະໜູນ ຕົວແທນຂອງແມ່ຍິງລາວ ໃນການປະກວດ Miss Earth 2022 ໃນທ້າຍເດືອນຕຸລານີ້ ທີ່ເມືອງ ມະນິລາ ປະເທດຟິລິປິນດ້ວຍ ສໍາລັບຊ່ອງທາງໃນການຕິດຕາມຜົນງານຂອງນ້ອງແມ່ນໄປຕາມໄດ້ເລີຍທີ່ Tato Jintana Kdp ແລະ ເພຈຂອງ Miss Earth Laos ມີສເອີສລາວນັ້ນເອງ.