ລົດບິນໄດ້ ທົດລອງບິນຢູ່ນະຄອນດູໄບ ດົນ 90 ນາທີ

130

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 12 ຕຸລາ 2022 ວ່າ: ລົດບິນໄດ້ ທີ່ສ້າງໂດຍ ບໍລິສັດ ຜະລິດລົດໄຟຟ້າຂອງຈີນ “ ສຽວເຜິງ ” ( Xpeng ) ໄດ້ທົດລອງບິນຕາມສາທາລະນະຄັ້ງທຳອິດໃນນະຄອນດູໄບ ສະຫະລັດອາຣັບເອເມເຣັດ ( UAE ), ໃນຂະນະທີ່ບໍລິສັດຜູ້ຜະລິດກຳລັງກຽມເປີດໂຕສູ່ຕະຫຼາດຕ່າງປະເທດໃນໄວໆນີ້.

May be an image of sky

ລົດລຸ້ນດັ່ງກ່າວໃຊ້ພະລັງງານໄຟຟ້າ ( ອີວີ ເທວ ) ມີ 2 ບ່ອນນັ່ງ ເຊິ່ງມີໃບພັດ 8 ໃບ ໂດຍການທົດລອງບິນຄັ້ງນີ້ ລົດສາມາດບິນໄດ້ນານເຖິງ 90 ນາທີ ໂດຍບໍລິສັດຜູ້ຜະລິດເປີດເຜີຍວ່າ ການທົດລອງລົດລຸ້ນນີ້ຈະເປັນພື້ນຖານສຳຄັນ ສຳລັບການຜະລິດລົດບິນໄດ້ລຸ້ນຕໍ່ໆໄປ.

May be an image of outdoors

ທ່ານ ຊິວ ໝິນກວນ ຜູ້ຈັດການທົ່ວໄປຂອງ ບໍລິສັດ ສຽວເຜິງ ກ່າວວ່າ: ພວກເຮົາກຳລັງດຳເນີນການຕາມຂັ້ນຕອນ ເພື່ອໃຫ້ລົດລຸ້ນດັ່ງກ່າວນີ້ອອກສູ່ຕະຫຼາດຕ່າງປະເທດ, ການທົດລອງຄັ້ງນີ້ ພວກເຮົາໄດ້ເລືອກເອົານະຄອນດູໄບ ເນື່ອງຈາກວ່າເມືອງດັ່ງກ່າວນີ້ ເປັນເມືອງທີ່ມີນະວັດຕະກຳທັນສະໄໝທີ່ສຸດໃນໂລກ.