ກຳປູເຈຍ ສົ່ງອອກເຂົ້າ ບັນລຸ 4,4 ແສນໂຕນ

33

ຊິນຮວາ ລາຍງານວ່າ ສະມາຄົມຜູ້ສົ່ງອອກເຂົ້າຂອງກຳປູເຈຍ ເປີດເຜີຍວ່າ: ໃນໄລຍະ 9 ເດືອນຜ່ານມາ ກຳປູເຈຍ ສົ່ງອອກເຂົ້າ ໄປຕ່າງປະເທດ ລວມມີ 449.325 ໂຕນ ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ້າງລາຍໄດ້ເກືອບ 287 ລ້ານໂດລາສະຫະລັດ.

May be an image of 4 people and grass

ສປ ຈີນ ຍັງເປັນຕະຫຼາດລາຍໃຫຍ່ ສຳລັບການສົ່ງອອກເຂົ້າຂອງກຳປູເຈຍ ຈຳນວນ 198.107 ໂຕນ ກວມເອົາ 44,09% ຂອງປະລິມານການສົ່ງອອກເຂົ້າທັງໝົດ, ຮອງລົງມາແມ່ນຝຣັ່ງ 14,83%, ມາເລເຊຍ 5,58%, ໂຮນລັງ 4,65%, ອິຕາລີ 2,65% ແລະ ປະເທດອື່ນໆອີກ.

May be an image of 1 person and indoor