ຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ

53

ໃນວັນທີ 10 ຕຸລາ 2022 ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ສົມກຽດ ພາສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສນຍ, ມີຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ທີ່ໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາ ການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ຄະນະຮັບຜິດຊອບວຽກງານດັ່ງກ່າວ ຈຶ່ງໄດ້ພ້ອມກັນປຶກສາຫາລືຫຼາຍບັນຫາ ໃນການກໍານົດໂຄງສ້າງ, ເນື້ອໃນ ແລະ ບັນດາຄໍາສັບຕ່າງໆ ທີ່ໃຊ້ໃນສ້າງນິຕິກໍາດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ນໍາໃຊ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ ພ້ອມທັງໃຫ້ມີຄວາມເປັນເອກະພາບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ຂັດກັບນະໂຍບາຍຕ່າງໆໃນການນໍາໃຊ້ລົດຂອງລັດ.

ພ້ອມນັ້ນ, ໃນກອງປະຊຸມ ທ່ານ ບຸນປອນ ວັນນະຈິດ ໄດ້ເນັ້ນໃຫ້ພ້ອມກັນປະກອບຄໍາຄິດເຫັນ ຕີແຕກໄດ້ບັນຫາຕ່າງໆແຕ່ຫົວທີ ໃນການສ້າງນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍໃຫ້ກໍານົດວິທີການຢ່າງລະອຽດຈະແຈ້ງ ໃນການຊໍາລະສະສາງ ການຖອນຄືນ, ກໍານົດເປົ້າໝາຍຢ່າງຊັດເຈນ ລະຫວ່າງ ລົດທີ່ພະນັກງານນໍາໃຊ້ປະຕິບັດໜ້າທີ່ ແລະ ລົດທີ່ພະນັກງານບໍານານນໍາໄປໃຊ້ ເພື່ອໄຈ້ແຍກໄດ້ແຕ່ລະປະເພດ ແລະ ພ້ອມກັນຄົ້ນຄວ້າຜັນຂະຫຍາຍ ໃຫ້ມີຄວາມສອດຄ່ອງກັບດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ທີ່ສັງລວມໄວ້ກ່ຽວກັບນະໂຍບາຍຕ່າງໆ ໂດຍສະເພາະລົດທີ່ພະນັກງານບໍານານເອົາໄປນໍາໃຊ້ ໃນໄລຍະຜ່ານມາ ແລະ ໃຫ້ັເຫັນໄດ້ວຽກງານອື່ນໆ ທີ່ຕິດພັນອີກດ້ວຍ.

ຂອບໃຈຂ່າວຈາກ: ກະຊວງການເງິນ