ກຽມມ້ຽນມັດເຂົ້ານາ, ອຸຕຸແຈ້ງເຕືອນຝົນຕົກໜັກ 7 ແຂວງພາກກາງ ແລະ ພາກໃຕ້ ໄລຍະ 13-15 ຕຸລານີ້

143

ພາຍຸຍັງບໍ່ໝົດກຽມພັດຜ່ານແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໃນລະຫວ່າງວັນທີ 13-15 ຕຸລາ 2022 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກປານກາງ ຫາ ຕົກໜັກ, ແຈ້ງເຖິງປະຊາຊົນບັນດາເຜົ່າທີ່ອາໃສ່ຢູ່ແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກໜັກໃນວັນທີ 13 ຫາ 15 ຕຸລາ 2022​ ສະບັບທີ 1 ເນື່ອງຈາກຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງແມ່ນຈະມີທ່າອ່ຽງເພີ້ມກຳລັງແຮງຂື້ນກາຍເປັນພາຍຸດີເປຼຊັນໃນຕອນຄໍ່າຂອງວັນທີ 13 ຕຸລາ 2022 ແລະ ຈະເຄື່ອນທີ່ຜ່ານພາກກາງຂອງປະເທດຫວຽດນາມ ຈາກນັ້ນຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປລາວ ໃນໄລຍະວັນທີ 14 ຕຸລາ 2022 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 13 ຫາ 15 ຕຸລາ 2022 ນີ້.

ພາບປະກອບຂ່າວ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ, ສາລະວັນ, ປາກເຊ, ອັດຕະປື ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ເກີດຂື້ນໃນໄລຍະ 1- 3 ວັນຕໍ່ໜ້ານີ້.

ພາບປະກອບຂ່າວ

ພ້ອມນີ້ຂໍໃຫ້ກະກຽມມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.