ງົດງາມບໍ່ເຄີຍໃຫ້ຜິດຫວັງ ງານປະກວດເຮືອໄຟງາມ ຫລວງພະບາງ

287

ເປັນປະຈຳທຸກປີທີ່ງານບຸນອອກພັນສາຂອງຫຼວງພະບາງ ນອກຈາກພິທີການລອຍກະທົງຕາມປະເພນີແລ້ວສິ່ງໜຶ່ງທີ່ປະຊາຊົນ ນັກທ່ອງທ່ຽວຄອງຄອຍຄືການປະກວດເຮືອໄຟງາມ ອັນເປັນການດິດຈາກບັນດາບ້ານ, ກຸ່ມສະຖາປັດຕະຍະກຳທີ່ມີສີມື ໂຮງຮຽນຕ່າງໆໃນ ແຂວງຫຼວງພະບາງ ເຊິ່ງການນັບຄະແນນເຮືອໄຟແຕ່ລະລຳແມ່ນຮັບແຕ່ການປະດັບປະດາຕັ້ງແຕ່ຂັ້ນຕອນເທິງບົກຮອດໄຫຼລົງແມ່ນ້ຳຂອງ ຄວາມສະຫວ່າງສະໄຫວງົດງາມພຽງໃດ.

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ງານປະກວດເຮືອໄຟງາມ ໃນບຸນອອກພັນສາ ທີ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ແມ່ນປາງບຸນໜຶ່ງທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໂດຍໄດ້ຈັດຂຶ້ນໃນມື້ແຮມ 1 ຄ່ຳຂອງເດືອນ 11 ຂອງທຸກປີ ປີນີ້ ກົງກັບວັນທີ 11 ຕຸລາ 2022 ໂດຍລວມແມ່ນມີຄວາມຄືກຄື້ນ ພາຍຫລັງບໍ່ໄດ້ຈັດໃນໄລຍະການລະບາດຂອງພະຍາດໂຄວິດ-19 ໂດຍມີບັນດາກຸ່ມບ້ານໃນເທສະບານນະຄອນ, ສະຖາບັນການສຶກສາ ແລະ ພາກສ່ວນທຸລະກິດ ສົ່ງເຮືອໄຟເຂົ້າປະກວດຈໍານວນ 25 ລຳ ແລະ ມີເຮືອໄຟສະໝັກຫລິ້ນອີກ ຈຳນວນໜຶ່ງ ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍຄະນະ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຊົມງານປະກວດເຮືອໄຟງາມ ໃນຄັ້ງນີ້.


ທ່ານ ສົມດີ ພອນສະຫວັດ ປະທານແນວລາວສ້າງຊາດ ນະຄອນຫລວງພະບາງ, ຮອງປະທານປະທານຈັດການປະກວດເຮືອໄຟງາມ ໄດ້ກ່າວວ່າ: ປະເພນີການປະກວດເຮືອໄຟງາມ ເປັນປະເພນີທີ່ຊາວຫລວງພະບາງ ໄດ້ພ້ອມກັນປະຕິບັດມາໄດ້ຫລາຍເຊັ່ນຄົນ, ເຮືອໄຟແຕ່ລະລຳແມ່ນໄດ້ສ້າງຂຶ້ນ ດ້ວຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບໄປດ້ວຍການປະດັບປະດາແສງສີ ແລະ ໂຄມໄຟນ້ອຍໃຫຍ່, ທັງເປັນການສະແດງເຖິງວັດທະນະທຳອັນດີງາມ ທີ່ເປັນເອກະລັກຂອງຫລວງພະບາງ ເມືອງມໍລະດົກໂລກ ໄດ້ປະຕິບັດເປັນວັດທະນະທຳອັນດີງາມມາໄດ້ຫລາຍເຊັ່ນຄົນ, ທັງໄດ້ຮັບການສືບທອດ ແລະເສີມຂະຫຍາຍ ມາຈົນເຖິງທຸກວັນນີ້.


ພາຍຫລັງເປີດພິທີທາງການ, ໄດ້ເຄື່ອນຂະບວນເຮືອໄຟແຕ່ລະພາກສ່ວນ ໄປຕາມເສັ້ນທາງສີສະຫວ່າງວົງ ແລ້ວນຳເອົາເຮືອໄຟໄຫລລົງແມ່ນ້ຳຂອງເຂດບ້ານຊຽງທອງ-ຄີລີ ໂດຍຈະມີຄະນະກຳມະການໃຫ້ຄະແນນ ແລະ ຄັດເລືອກເຮືອໄຟງາມ ແລະ ຄົບຕາມມາດ ຖານເງື່ອນໄຂທີ່ກຳນົດ ເພື່ອຈັດອັນດັບທີ, ພ້ອມທັງມອບລາງວັນໃນມື້ຖັດໄປ.

ເຊິ່ງຜົນການປະກວດໃນເຮືອໄຟທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 25 ລຳ ລຳທີ່ໄດ້ທີ1 ໄດ້ແກ່ ເຮືອໄຟ ກຸ່ມເມືອງງາ, ທີສອງ ເຮືອໄຟນາກສິບຫ້າຕະກຸນ ຂອງຮ້ານໝື່ນາຜ້າໄໝ ແລະ ນວນແອນຕິກ, ທີສາມຕົກເປັນຂອງ ວັດພູຊ້າງຄຳ ໂພໄຊຊະນະ ກຸ່ມພູເຫຼັກຈະເລີນທີສີ່ ເຮືອໄຟຂອງກຸ່ມພູໝອກ ແລະທີຫ້າ ເປັນເຮືອໄຟຂອງກຸ່ມມະໂນ.


ຂ່າວ: ຫລານອ້າຍຄຳຫລ້າ