ກອງປະຊຸມປະຈຳປີຂອງຜູ້ນຳກາແດງ ແລະ ຊີກວົງເດືອນແດງ ບັນດາປະເທດອາຊຽນ

40

ຄະນະນຳອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມປະຈຳປີຂອງຜູ້ນຳກາແດງ ແລະ ຊີກວົງເດືອນແດງ ບັນດາປະເທດອາຊຽນ ນຳໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມຜູ້ນຳກາແດງປະເທດອາຊຽນ ຄັ້ງທີ 19 ຫຼື South East Asia Leader Meeting ແລະ ກອງປະຊຸມເຄື່ອຂ່າຍຊາວໜຸ່ມກາແດງແລະ ຊີກວົງເດືອນແດງ ປະເທດອາຊຽນ ຫຼື South East Asia Youth Forum ຄັ້ງທີ 1 ລະຫວ່າງ ວັນທີ 3-7 ຕຸລາ 2022 ທີ່ ນະຄອນຫລວງ ບັນດາເຊຣີ ເບກາວັນ ປະເທດ ບຣູໄນ.

ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກບັນດາປະທານ, ຮອງປະທານ, ເລຂາທິການ ຂອງບັນດາກາແດງ ແລະ ຊີກວົງເດືອນແດງປະເທດອາຊຽນ, ຜູ້ນຳຊາວໜຸ່ມອົງການກາແດງ ແລະ ຊິກວົງເດືອນແດງ ປະເທດອາຊຽນ, ຫົວຜູ້ແທນສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ( IFRC ), ຫົວໜ້າຜູ້ແທນຄະນະກຳມະການກາແດງສາກົນ( ICRC ) ທີ່ຮັບຜິດຊອບກຸ່ມປະເທດໃນຂົງເຂດ ແລະ ພາກພື້ນ, ອາສາສະໝັກກາແດງ ເຂົ້າຮ່ວມ 71 ທ່ານ.

ກອງປະຊຸມທີ່ນຳມາສົນທະນາ ແລະ ປຶກສາຫາລືກັນ ມີຫຼາຍຫົວຂໍ້ສຳຄັນຄື: 1. ການສົນທະນາແລກປ່ຽນລະຫວ່າງ ຄະນະນໍາ ແລະ ຊາວໜຸ່ມ ຂອງອົງການກາແດງ ແລະ ຊີກວົງເດືອນແດງ; 2. ການທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການບາງກອກ, ຈາກກອງປະຊຸມ SEA RCRC Leader ຄັ້ງທີ 18 ໃນປີ 2021; 3.​ ວຽກງານສ້າງຄວາມພ້ອມ ຮັບມືພະຍາດລະບາດ ໃນອານຸພາກພື້ນອາຊີຕາເວັນອອກສຽງໃຕ້; 4. ທິດທາງຕໍ່ໜ້າ ສຳລັບບົດບັນທຶກຄວາມເຂົ້າໃຈ ລະຫວ່າງ IFRC ແລະ ASEAN; 5. ສະຖານະການ ຂອງວຽກງານມະນຸດສະທຳ ຢູ່ປະເທດມຽນມ້າ; 6. ການມີສ່ວນຮ່ວມ ຂອງອົງການກາແດງ ແລະ ຊີກວົງເດືອນແດງ ໃນອານຸພາກພື້ນອາຊີຕາເວັນອອກສຽງໃຕ້ ໃນຄະນະບໍລິຫານ ຂອງ IFRC; 7. ທິດທາງຕໍ່ໜ້າ ຂອງວຽກງານປະຖົມພະຍາບານ, ຕາມວິໄສທັດ 2030 ຂອງ IFRC; 8. ທົບທວນຄືນການເຄື່ອນໄຫວ ຂອງບັນດາເຄືອຂ່າຍວຽກງານກາແດງ ແລະ ຊີກວົງເດືອນແດງ ໃນຂັ້ນອານຸພາກພື້ນອາຊີຕາເວັນອອກສຽງໃຕ້; 9. ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ຖະແຫຼງການ Manila Call for Action ແລະ ກອງປະຊຸມວຽກງານກາແດງ ແລະ ຊີກວົງເດືອນແດງ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 11; 10. ການຮ່າງ ແລະ ຮັບຮອງເອົາຖະແຫຼງການ ບັນດາ ເຊລີ ເບກາວານ ຈາກກອງປະຊຸມ SEA RCRC Leader ຄັ້ງທີ 19. ໃນທ້າຍວາລະກອງປະຊຸມການມອບໝາຍໃຫ້ປະເທດກຳປູເຈຍ ເປັນເຈົ້າພາບຈັດກອງປະຊຸມຜູ້ນຳກາແດງ ແລະ ຊີກວົງເດືອນແດງປະເທດອາຊຽນ ຄັ້ງທີ 20 ໃນປີ 2023.

ກອງປະຊຸມໃນຄັ້ງນີ້ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ເປັນປະທານກອງປະຊຸມ ວາລະທີ 8 ກ່ຽວກັບທົບທວນຄືນການເຄື່ອນໄຫວ ຂອງບັນດາເຄືອຂ່າຍວຽກງານກາແດງ ແລະ ຊີກວົງເດືອນແດງ ໃນຂັ້ນອານຸພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ອົງການກາແດງແຫ່ງຊາດລາວ ຈະໄດ້ນຳເອົາມາຜັນຂະຫຍາຍເຂົ້າໃນແຜນມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເຂົ້າກັບພາລະບົດບາດຂອງຕົນເພື່ອນຳພາພະນັກງານ ແລະ ອາສາສະໝັກກາແດງຈັດຕັ້ງປະຕິບັດໃຫ້ສຳເລັດຜົນ.