BYD ເປີດໂຕລົດໄຟຟ້າ All new ATTO 3 ມີຄວາມຫຼຸຫຼາ, ທັນສະໄໝ

55

ເປີດໂຕເປັນທາງການສຳລັບລົດ All new ATTO 3, ລົດໄຟຟ້າຈາກທາງຄ້າຍ BYD, ພິທີເປີດໂຕມີຂຶ້ນທີ່ຫ້ອງຂາຍລົດ BYD ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນວັນທີ 10 ຕຸລາ 2022 ຜ່ານມາ.

ທ່ານ ນາງ Mango Wan ຜູ້ບໍລິຫານ  BYD Laos-MOK Co.,Ltd ກ່າວວ່າ: ພາຍຫຼັງການເປີດໂຕລົດ BYD ATTO 3 ຢ່າງເປັນທາງການ ຢູ່ປະເທດຍີ່ປຸ່ນ, ສິງກະໂປ, ອົດສະຕຣາລີ ແລະ ມາເກົາ ສປ ຈີນ, ມື້ນີ້ພວກເຮົາ ມີຄວາມດີໃຈຫຼາຍທີ່ໄດ້ເປີດໂຕລົດດັ່ງກ່າວ ຢູ່ ສປປ ລາວ ແລະ ໄທ ພ້ອມໆກັນ.

ປັດຈຸບັນ, ລົດ BYD ຖືວ່າເປັນລົດ ອັນດັບ 1 ຂອງໂລກ ໃນປະເພດລົດທີ່ແລ່ນດ້ວຍພະລັງງານໄຟຟ້າຈຸດເດັ່ນໆ ຂອງລົດ BYD ATTO 3 ແມ່ນເປັນລົດທີ່ນໍາໃຊ້ເຕັກໂນໂລຊີ Blade Battery ຊຶ່ງເປັນໝໍ້ໄຟ ທີ່ມີອາຍຸການໃຊ້ງານຍາວນານ ສາກເທື່ອດຽວ ສາມາດແລ່ນໄດ້ໄກ ສູງສຸດເຖິງ 480 ກິໂລແມັດ ຫຼື 100 ກິໂລແມັດໃດ ແມ່ນຈ່າຍເງິນສາກໄຟຟ້າ ບໍ່ເກີນ 20.000 ກີບ ເທົ່ານັ້ນ.

ແບັດເຕີລີ ແລະ ໝໍ້ໄຟຟ້າ ແມ່ນຮັບປະກັນ ເຖິງ 8 ປີ, ມີຫ້ອງໂດຍສານ ແລະ ດ້ານຫຼັງຂອງລົດ ຍັງອອກແບບມາກ້ວາງຂວາງ ສະດວກສະບາຍ ພ້ອມມີບອກສາກໄຟຟ້າໃນລົດ, ວັດສະດຸທີ່ນໍາມາຜະລິດລົດມີຄວາມທົນທານ, ແຂງແຮງ, ມີລະບົບເຊັນເຊີ້ ຊ່ວຍໃນການຂັບຂີ່ທີ່ປອດໄພ ພ້ອມຕິດຕັ້ງກ້ອງແບບ 3D ສາມາດເຫັນໄດ້ກ້ວາງເຖິງ 360 ອົງສາ.

ພາຍໃນລົດ ຍັງມີໜ້າຈໍສຳພັດຂະໜາດໃຫຍ່, ມີລໍາໂພງເຖິງ 8 ໂຕ, ມີກະແຈ ແບບສະມາດຄີ ສະຕາດລົດຈາກພາຍນອກລົດໄດ້. ຫຼັງຄາມີ Sun Roof ເໝາະສຳລັບການຊົມວິວທິວທັດ ຈາກດ້ານເທິງຂອງລົດ. ພິເສດເມື່ອທ່ານເດີນທາງໄປທ່ຽວປິກນິກ ສາມາດ ດຶງເອົາແສງໄຟຟ້າໃນລົດ ອອກມາໃຊ້ພາຍນອກລົດໄດ້ຕື່ມ.

ນອກຈາກນີ້, ຍັງມີອັອຟຊັນອື່ນໆທີ່ລໍຖ້າໃຫ້ທ່ານມາທົດລອງ ແລະ ນໍາໃຊ້ ເຊິ່ງລົດ BYD ATTO 3 ມີຫຼາຍສີໃຫ້ເລືອກ, ລາຄາເລີ່ມຕົ້ນ 35.900 ໂດລາສະຫະລັດ. ສອບຖາມຂໍ້ມູນ ຫຼື ເຂົ້າມາເບິ່ງລົດໄດ້ທີ່ສູນ BYD ສູນບ້ານໂພນພະເນົາ, ເມືອງໄຊເສດຖາ ນະຄອນຫຼວງວຽງ ຫຼື ເພຈ໌ເຟສບຸກ: BYD Laos