ໂບອິງ 737 ແມັກ ກັບມາໃຫ້ບໍລິການໃນຈີນ ອີກຄັ້ງ

17

ສຳນັກຂ່າວບລູມເບີກ ລາຍງານໂດຍອ້າງອີງຂໍ້ມູນຈາກ Flightradar 24 ເຊິ່ງເປັນເວັບໄຊຕິດຕາມເສັ້ນທາງການບິນ ວ່າ: ຍົນໂບອິງ 737 MAX ລຳໜຶ່ງ ເຊິ່ງໃຫ້ບໍລິການທາງການຄ້າ ໄດ້ແລ່ນລົງຈອດໃນແຜ່ນດິນຈີນ ເປັນຄັ້ງທຳອິດໃນຮອບເກືອບ 4 ປີ, ຫຼັງຈາກສາຍການບິນຈີນ ຢຸດໃຊ້ຍົນລຸ້ນດັ່ງກ່າວ ໃນທາງການຄ້າມາຫຼາຍປີແລ້ວ ເນື່ອງຈາກເກີດອຸບັດເຫດຮ້າຍແຮງຈົນມີຜູ້ເສຍຊີວິດ 346 ຄົນ.

May be an image of airplane and outdoors

ຖ້ຽວບິນດັ່ງກ່າວ ເປັນຖ້ຽວບິນການຄ້າ ທີ່ດໍາເນີນການໂດຍສາຍການບິນ Myat Mongolia ລະຫວ່າງ ນະຄອນຫຼວງ Ulaanbaatar ຂອງມົງໂກນ ກັບ ເມືອງກວາງໂຈວ ທາງພາກໃຕ້ຂອງຈີນ ໄດ້ລົງຈອດຢູ່ກວາງໂຈວ ໃນເວລາ    8:18 ໂມງ ຕາມເວລາທ້ອງຖິ່ນຂອງວັນວັນທີ 10 ຕຸລາຜ່ານມາ ແລະ ຍົນ 737 Max ມີກຳນົດຈະບິນຄືນໃໝ່ ໃນວັນທີ 17 ຕຸລາ ແລະ 24 ຕຸລານີ້.

May be an image of airplane and text that says '0 737 737MAX MAX 1E001 BOEING BOEING LEAP'