ນາຍົກມາເລເຊຍ ປະກາດຍຸບສະພາເລືອກຕັ້ງໃໝ່ ພາຍໃນ 60 ວັນ

16

ສຳນັກຂ່າວຣອຍເຕີ ລາຍງານວ່າ ທ່ານ Ismail Sabri Yakob ນາຍົກລັດຖະມົນຕີມາເລເຊຍ ໄດ້ປະກາດຍຸບສະພາໃນວັນທີ 10 ຕຸລາ 2022 ເພື່ອເປີດທາງໃຫ້ມີການເລືອກຕັ້ງໃໝ່ ທີ່ຄາດວ່າຈະຈັດຂຶ້ນພາຍໃນ 60 ວັນ, ຈາກທີ່ເຄີຍກຳນົດການເລືອກຕັ້ງໃໝ່ໃນເດືອນກັນຍາປີໜ້າ.

May be an image of 1 person and standing

ທັງນີ້, ການປະກາດຍຸບສະພາຂອງນາຍົກມາເລເຊຍ ໃນຄັ້ງນີ້ ເນື່ອງມາຈາກໄດ້ຮັບແຮງກົດດັນທີ່ເພີ່ມຂຶ້ນຈາກສະມາຊິກພັກອົງການສະຫະມາເລ ແຫ່ງຊາດ ( UMNO ) ເຊິ່ງເປັນພັກທີ່ມີສະມາຊິກສະພາຫຼາຍທີ່ສຸດໃນລັດຖະບານປະສົມ ແລະ ພັກຮ່ວມລັດຖະບານ ທີ່ຕ້ອງການໃຫ້ຈັດການເລືອກຕັ້ງຄັ້ງໃໝ່ ກ່ອນລັດຖະບານປະສົມຊຸດນີ້ຈະໝົດອາຍຸ ເນື່ອງຈາກປະເທດກຳລັງປະເຊີນກັບບັນຫາຄ່າຄອງຊີບແພງຂຶ້ນ ແລະ ເສດຖະກິດທົດຖອຍທົ່ວໂລກ ລວມທັງບັນຫາອື່ນໆອີກ.

May be an image of 1 person and standing