ເຮືອກີລາ ອະພິມາວັງວຽງ ຄອງເຈົ້າທ່າ ໃນງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022

88

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປີດສາກຂຶ້ນໃນວັນທີ 10 ຕຸລານີ້ ໂດຍມີການຊີງໄຊພຽງແຕ່ 3 ລາຍການ ເພາະປີນີ້ປີນີ້ບໍ່ມີເຮືອສູດໃນປະເພດແຂ່ງຂັນເຮືອນກີລາ ມີເຖິງ 21 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ແຂ່ງຂັນເຮືອປະເພນີ ມີຈຳນວນ 12 ລຳ ( ຍິງ 5 ລຳເຂົ້າຮ່ວມ )

ໃນວັນທີ 10 ຕຸລາ 2022 ໄດ້ມີການແຂ່ງຂັນເຮືອປະເພດກີລາ ເລີ່ມແຂ່ງຂັນຕັ້ງແຕ່ຕອນເຊົ້າຈົນເຖິງຕອນແລງ ເຊິ່ງກໍເລີ່ມມີບັນຍາກາດເບີກບານມ່ວນຊື່ນຕະຫຼອດການແຂ່ງຂັນ ໂດຍມີພໍ່ແມ່ພີ່ນ້ອງ ແລະ ປະຊາຊາຊົນຊາວລາວ ເຂົ້າໄປຊົມກັນຫຼາຍພໍສົມຄວນ ທາມກາງອາກາດຮ້ອນ ແລະ ມີແສງແດດຕະຫຼອດການແຂ່ງຂັນ ຜົນການແຂ່ງຂັນມີດັ່ງນີ້:
1.ອະພິມາ ວັງວຽງ
2.ສູນຄົ້ນຄວ້າແນວພັນເຂົ້າ
3.ໂຕໂນ້ພາລວຍ
4.ບ້ານທ່າເດື່ອ

ພິເສດໃນວັນດັ່ງກ່າວກໍມີພາກສ່ວນຕ່າງລົງໄປສ້າງສະຖານທີ່ສໍາລັບການໄຫຼເຮືອໄພ ແລະ ລອຍກະທົງ ຕາມຈຸດຕ່າງໆທີ່ທາງຝ່າຍຮັບຜິດຊອບຈັດໄວ້ໃຫ້ ໂດຍສະເພາະແມ່ນບໍລິເວນຟາມໄຊ ຊ່ວງເຮືອທ່າວັດຈັນ ແມ່ນມີຫຼາຍຈຸດພໍສົມຄວນເພື່ອຈັດໄວ້ສໍາລັບຜູ້ທີ່ຈະໄປລອຍກະທົງ.

ສໍາລັບ ປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ.

ສ່ວນ ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ແມ່ນຈະແຂ່ງຂັນໃນວັນທີ 11 ຕຸລາ 2022 ໂດຍລາງວັນແມ່ນຈະໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.
ໂດຍ: Larh Creators