ກຳປູເຈຍ ເປີດທົດລອງນຳໃຊ້ທາງດ່ວນມີພາຫະນະສັນຈອນກວ່າ 80 ພັນຄັນ

23

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 9 ຕຸລາ 2022 ວ່າ: ບໍລິສັດທາງດ່ວນສາຍພະນົມເປັນ – ສີຫານຸວີລ ຂອງກຳປູເຈຍ ( Cambodian PPSHV Expressway Company ) ເປີດເຜີຍວ່າ ສະຖິຕິຈຳນວນພາຫະນະທີ່ສັນຈອນໃນທາງດ່ວນ ສາຍພະນົມເປັນ – ສີຫານຸວີລ ເຊິ່ງເປັນທາງດ່ວນສາຍທຳອິດຂອງກຳປູເຈຍ ໄດ້ເປີດທົດລອງນຳໃຊ້ໂດຍໄລຍະອາທິດທຳອິດມີພາຫະນະສັນຈອນໃນເສັ້ນທາງດັ່ງກ່າວ ທະລຸ 80.231 ຄັນ ໂດຍສະເລ່ຍປະມານ 11.460 ຄັນຕໍ່ວັນ, ໃນນັ້ນມີທັງລົດສ່ວນຕົວ ແລະ ລົດບັນທຸກ ເຊິ່ງສະແດງໃຫ້ເຫັນວ່າ ທາງດ່ວນສາຍນີ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງກຳປູເຈຍ.

No photo description available.

ທັງນີ້ ທາງດ່ວນພະນົມເປັນ – ສີຫານຸວີລ ມີຄວາມຍາວ 187 ກິໂລແມັດ, ມູນຄ່າການກໍ່ສ້າງປະມານ 2 ພັນລ້ານໂດລາສະຫະລັດ ໂດຍແມ່ນ ບໍລິສັດ China Road and Bridge Corporation ເປັນຜູ້ລົງທຶນຕາມນະໂຍບາຍ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງລັດຖະບານຈີນ ໃຊ້ເວລາກໍ່ສ້າງ 3 ປີ ເປີດທົດລອງນຳໃຊ້ໂດຍບໍ່ເສຍຄ່າເປັນເວລາ 1 ເດືອນ.

May be an image of car and outdoors

ທາງດ່ວນສາຍດັ່ງກ່າວ ເປັນເສັ້ນທາງແບບສວນທາງ ( ເສັ້ນຂຶ້ນ – ເສັ້ນລ່ອງ ) ແຕ່ລະທາງມີຊ່ອງຈະລາຈອນແບບປົກກະຕິ 2 ຊ່ອງ ແລະ ຊ່ອງຈະລາຈອນສຸກເສີນ, ປູຢາງໄດ້ມາດຕະຖານສາກົນ, ທາງດ່ວນສາຍນີ້ເຮັດໃຫ້ການເດີນທາງຈາກພະນົມເປັນ ຫາ ສີຫານຸວີລ ໃຊ້ເວລາພຽງແຕ່ 2 ຊົ່ວໂມງ, ຈາກເມື່ອກ່ອນທີ່ແລ່ນຕາມເສັ້ນທາງຫຼວງແຫ່ງຊາດໝາຍເລກ 4 ໃຊ້ເວລາປະມານ 5 ຊົ່ວໂມງ.