ການາດາ ຕັ້ງກອງທຶນ 300 ລ້ານໂດລາ ຟື້ນຟູປະເທດ ຫຼັງໄພພິບັດ

21

ສຳນັກຂ່າວຊິນຫົວ ລາຍງານວ່າ: ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີ ການາດາ ໄດ້ປະກາດສ້າງຕັ້ງກອງທຶນເພື່ອຟື້ນຟູປະເທດ ຫຼັງຈາກ ການາດາ ປະສົບກັບໄພພິບັດຈາກພາຍຸເຮີຣິເຄນຟີໂອນາ ໂດຍຈະຈັດສັນບ້ວງງົບປະມານເພີ່ມຕື່ມ 300 ລ້ານໂດລາການາດາ ໃນໄລຍະເວລາ 2 ປີ ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ແລະ ສະໜັບສະໜູນແຜນການຟື້ນຟູໃນໄລຍະຍາວ.

May be an image of outdoors

ກອງທຶນດັ່ງກ່າວນີ້ ຈະສະໜັບສະໜູນດ້ານຄ່າໃຊ້ຈ່າຍ ໂດຍບໍ່ລວມໃນໂຄງການຟື້ນຟູທີ່ມີຢູ່ ເຊັ່ນ: ການຈັດສັນຄວາມຊ່ວຍເຫຼືອທາງດ້ານການເງິນ ສຳລັບໄພພິບັດ ( DFAA ) ເຊິ່ງລັດຖະບານກາງຄຸ້ມຄອງດ້ານຄ່າໃຊ້ຈ່າຍ ຫຼັງເກີດໄພພິບັດ ໂດຍກວມເອົາຕົວເລກສູງເຖິງ 90% ເປັນຕົ້ນ ການຂົນສົ່ງ, ອາຫານສຸກເສີນ, ສູນພັກອາໄສ ແລະ ອື່ນໆ.

May be an image of 1 person, body of water and sky