ຄວາມເປັນມາບຸນອອກພັນສາປະວໍລະນາ (ບຸນເດືອນ 11) ນອນໃນຮີດ 12 ຂອງລາວເຮົາ

158

ໝູນວຽນມາອີກຮອບ ບຸນອອກພັນສາປະວໍລະນາ ຫຼື ບຸນເດືອນ 11 ໜຶ່ງບຸນໃນຮີດ 12 ຄອງ 14 ອໍາລາລະດູຝົນ ກົງກັບ 15 ຄ່ຳ ເດືອນ 11 ລາວ ເຊິ່ງປີນີ້ກົງກັບວັນຈັນທີ 10 ຕຸລາ 2022. ເປັນມື້ທີ່ພະສົງໄດ້ຈຳພັນສາຄົບ 3 ເດືອນ ແລະ ເປັນສັນຍານປ່າວບອກພໍ່ແມ່ປະຊາຊົນໄດ້ຮູ້ວ່າກຳລັງຈະກ້າວອອກຈາກລະດູຝົນ ແລະ ພະສົງທີ່ເພິ່ນຈຳສິນໃນໄລຍະລະດູຝົນ ສາມາດອອກເດີນທາງຕໍ່ໃນການເຜີຍແຜ່ຫຼັກທຳຕາມວັດຕ່າງໆໄດ້.

ບຸນອອກພັນສາໃສ່ບາດຢູ່ວັດໃໝ່ໂຊກຄຳ 10/10/2022 ຮູບ: ສົມສະຫວັນ

ໃນມື້ຮຸ່ງເຊົ້າຂອງມື້ອອກພັນສານັ້ນ ຊາວພຸດທັງຫຼາຍຈະມີການກະກຽມວັດຖຸປັດໄຈຕ່າງໆ ແລະ ເຕົ້າໂຮມມາຖວາຍ ຫຼື ການຕັກບາດ, ຕອນຄໍ່າກໍຈະມີການວຽນທຽນ, ໄຫວ້ພະ, ໄຫຼເຮືອໄຟ ເຊິ່ງປັດຈຸບັນກໍໄດ້ມີການຄົບງົນປະດັບປະດາຕາມວັດວາ, ສະຖານທີ່ຈັດງານຕ່າງໆມີຫຼາຍໆກິດຈະກໍາໃຫ້ໄດ້ມ່ວນຊື່ນ.

ພິທີໃສ່ບາດອອກພັນສາທີ່ວັດໄຊສະຖານ ເມືອງຫາດຊາຍຟອງ 10/10/2022

ປະຫວັດຄວາມເປັນມາ: ປະເພນີ “ ອອກພັນສາ ” ນັ້ນສ່ວນໃຫຍ່ແລ້ວຈະເນັ້ນທີ່ການເຮັດບຸນເຮັດທານ ແລະ “ ຕັກບາດເທໂວ ” ເຫດທີ່ຕ້ອງທໍາບຸນ “ ຕັກ ບາດເທໂວ ” ໃນວັນອອກພັນສານັ້ນ ເພາະຖືເອົາເທສະການສະເດັດລົງຈາກສະຫວັນຂອງພະພຸດທະເຈົ້າ ເຊິ່ງຕໍານານກ່າວວ່າ: ພະພຸດທະເຈົ້າມີ ຄວາມຕ້ອງການໄປໂປຣດພະມານດາທີ່ຢູ່ເມືອງສະຫວັນຊັ້ນດາວະດິງແລ້ວໄປຈໍາພັນສາຢູ່ທີ່ນັ້ນ ຈົນຄົບ 3 ເດືອນ ພໍເຖິງວັນອອກພັນສາ ( ເພັງ 15 ຄໍ່າເດືອນ 11 ) ຈຶ່ງສະເດັດກັບເມືອງມະນຸດ ຂະນະທີ່ສະເດັດກັບກໍມີພະພຸດທະສາສະນິກະຊົນໄດ້ມາລໍຖ້າຕ້ອນຮັບ ແລະ ລໍຖ້າໃສ່ບາດຢ່າງຫຼວງຫຼາຍ ເຊິ່ງມີທັງພະພິຂຸ, ປະຊາຊົນ, ບາງຄົນບໍ່ສາມາດເຂົ້າໃກ້ ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າໃສ່ບາດຂອງພະພຸດທະເຈົ້າ ແລະ ສາວົກ ເປັນເຫດໃຫ້ເກີດມີປະເພນີ “ ຕັກບາດເທໂວ ” ສືບໆກັນມາຈົນຮອດທຸກວັນນີ້.

ປະເພນີ “ ບຸນອອກພັນສາ ” ພະສົງຈະໂຮມກັນທໍາພິທີອອກພັນສາປະວໍລະນາ ເມື່ອພະ ສົງ – ສາມະເນນໄດ້ຈໍາພັນສາຄົບຖ້ວນ 3 ເດືອນ ທີ່ໄດ້ສຶກສາປະຕິບັດທຳປະຈຳ, ພະສໍາມາສໍາພຸດທະເຈົ້າຍັງໄດ້ຖືເອົາວັນບຸນອອກພັນສາເປັນວັນປະວໍລະນາ ເພື່ອໃຫ້ພະສົງໄປປະວໍລະນາຕົນເອງ ຄື: ບອກແກ່ເພື່ອນສະຫະທັມມິກ ( ເພື່ອນນັກບວດ ) ດ້ວຍກັນວ່າຂໍໃຫ້ໝູ່ສົງໄດ້ກ່າວໃນນາມຕັກເຕືອນເຊິ່ງກັນ ແລະ ກັນໄດ້, ນອກຈາກບຸນອອກພັນສາແລ້ວຍັງມີບຸນຊ່ວງເຮືອ, ໄຫຼເຮືອໄຟບູຊາດັ່ງຄໍາສອນທີ່ວ່າ:

ບຸນອອກພັນສາໃສ່ບາດຢູ່ວັດໃໝ່ໂຊກຄຳ 10/10/2022 ຮູບ: ສົມສະຫວັນ

▶ ຮີດໜຶ່ງນັ້ນ ຮອດເດືອນ 11 ແລ້ວ ກໍເປັນແນວທາງປ່ອງ
▶ ເປັນຊ່ອງຂອງພະເຈົ້າ ຄົນເຂົ້າແລ້ວອອກມາ
▶ ເຖິງວັດສາມາແລ້ວ 3 ເດືອນກໍເລີຍອອກ
▶ ຮຽກວ່າອອກພັນສາ ປະວໍລະນາກ່າວໄວ້ ເຮົາໄດ້ເລົ່າມາ.

( ທີ່ມາ: ປຶ້ມຮີດສິບສອງຄອງສິບສີ່ ປະເພນີລາວ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ )