ຢູ 17 ລາວ ບຽດຊະນະເຈົ້າພາບ ມີລຸ້ນເຂົ້າຮອບ ຂໍໃຫ້ ອິຣັກ ຊະນະ ໂອມານ

224

ກ່ອນໜ້ານີ້ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີລົງແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ ໂດຍນັດທໍາອິດເກີດຂຶ້ນໃນຕອນແລງຂອງວັນທີ 5 ຕຸລາ 2022 ເສຍໃຫ້ ອີຣານ 0-3.

ນົດທີ 2 ແຂ່ງຂັນໃນວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ( ກົງກັບເວລາ 16:00 ໂມງໃນປະເທດລາວ ) ຢູ 17 ລາວ ລົງສະໜາມພົບກັບ ຮົງກົງ ປາກົດວ່າ: ທີມຊາດລາວ ເອົາຊະນະໄປຂາດລອຍ 5-0 ໂດຍໃນເຄິ່ງເວລາທໍາອິດ ຈາກການຍິງຂອງ ສາຍຝັນ ແກ້ວຫານາມ ແລະ ຄໍາໝັ້ນ, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ຍັງບຸກຕໍ່ເນື່ອງໄດ້ອີກ 3 ປະຕູຈາກການຍິງຂອງ ສາຍຝົນ 1 ປະຕູ ແລະ ປີເຕີ ພັນທະວົງ 2 ປະຕູ ເອົາຊະນະ ຮົງກົງ 5-0 ເກັບ 3 ຄະແນນ ແລະ ມີລຸ້ນເຂົ້າຮອບຕໍ່ໄປຖ້າຫາກນັດສຸດທ້າຍຊະນະ ເຈົ້າພາບ ກຽກກິດສະຖານ.

ຫຼ້າສຸດນັດທີ 3 ແຂ່ງຂັນ ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ ປາກົດວ່າ: ຢູ 17 ລາວ ບຽດເອົາຊະນະ 2-1 ເກັບເພີ່ມເປັນ 6 ຄະແນນ ແລະ ຢູ່ອັນດັບທີ 2 ທີ່ດີທີ່ສຸດອັນດັບທີ 6 ໃນປັດຈຸບັນ ເຊິ່ງເປັນພື້ນທີ່ສຸດທ້າຍໃນການເຂົ້າຮອບສຸດໄປແຂ່ງຂັນໃນປີ 2023 ທີ່ປະເທດອຸດສະເບກິດສະຖານ, ແຕ່ຍັງຕ້ອງລຸ້ນເບິ່ງຜົນຂອງອີກຄູ່ໜຶ່ງກໍຄື ອິຣັກ ພົບກັບ ໂອມານ (ແຂ່ງຂັນເວລາ 23 ໂມງ), ເຊິ່ງທີມຊາດລາວ ຕ້ອງລຸ້ນໃຫ້ ອິຣັກ ຊະນະ ໂອມານ ຈິ່ງຈະເຮັດໃຫ້ ຢູ 17 ລາວ ສ້າງປະຫວັດສາດເຂົ້າໄປຫຼິ້ນຮອບສຸດທ້າຍໃນລາຍການນີ້ໄດ້.

ຂ່າວ: Larh Creators ; ຮູບຈາກ: ສຕລ