ອົງການກາແດງແຂວງເຊກອງ ຜະລິດນໍ້າສະອາດຊ່ວຍເຫຼືອປະຊາຊົນບ້ານກະຊັງກາງ ທີ່ປະສົບໄພນຳ້ຖ້ວມ

27

ໃນວັນທີ 5 ຕຸລາຜ່ານມາ, ທ່ານ ນາງມະໂນລາ ສຸດທິຈັກ ຫົວຫນ້າອົງການກາແດງແຂວງເຊກອງ, ວິຊາການຜະລິດນໍ້າສະອາດ ໄດ້ລົງຕິດຕັ້ງເຄື່ອງຜະລິດນໍ້າສະອາດ ເພື່ອຜະລິດນໍ້າກິນ, ນໍ້າໃຊ້ທີ່ສະອາດ ໃຫ້ແກ່ພໍ່ແມ່ປະຊາຊົນ ບ້ານກະຊັງກາງ ເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມຈາກ ພາຍຸໂນຣຸ ທີ່ໂຮງຮຽນປະຖົມສົມບູນບ້ານກະຊັງກາງ.

ບ້ານກະຊັງກາງ ຈຳນວນ 756 ຄົນ, 159 ຄອບຄົວ ແລະ 89 ຫຼັງຄາເຮືອນ ທີ່ຂາດແຄນນໍ້າກິນ-ນໍ້າໃຊ້ທີ່ສະອາດ ເນື່ອງຈາກຖືກຜົນກະທົບຈາກອິດທິພົນພາຍຸໂນຣຸ, ໄດ້ເຮັດໄຫ້ລະບົບນໍ້າລິນເປ່ເພ, ເສຍຫາຍຫຼາຍສົມຄວນ. ດັ່ງນັ້ນ, ອົງການກາແດງແຂວງ ກໍຄືໜ່ວຍງານຜະລິດນໍ້າສະອາດ ໄດ້ຮັບການສະໜັບສະໜູນຈາກອົງການກາແດງສະວິດ ເປັນມູນຄ່າ 24 ລ້ານກວ່າກີບ ເພື່ອລົງເຄື່ອງໄຫວ, ຕິດຕັ້ງເຄື່ອງຜະລິດນໍ້າສະອາດ ( ເຄື່ອນທີ່ ) ລຸ່ນ AP 700 ເພື່ອຜະລິດນໍ້າກິນ-ນໍ້າໃຊ້ທີ່ສະອາດ ສະໜອງໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານກະຊັງກາງ ໄດ້ນຳໃຊ້ຢ່າງສະດວກສະບາຍ ເປັນໄລຍະເວລາ 5 ວັນ

ໂດຍເຄື່ອງຜະລິດນໍ້າດັ່ງກ່າວ ມີລະບົບການຂ້າເຊື້ອທີ່ໄດ້ມາດຕະຖານສາກົນ, ເຊີ່ງສາມາດຜະລິດນໍ້າໄດ້ 700 ລິດ/ຊົ່ວໂມງ ແລະ ສາມາດສະເລ່ຍການຜະລິດນໍ້າສະອາດໄດ້ 5.600 ລິດ/ວັນ. ນອກນັ້ນ, ທາງອົງການກາແດງແຂວງເຊກອງ ຍັງໄດ້ມອບກະຕຸກນໍ້າ 20 ລິດ ໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ກະຊັງກາງຕື່ມອີກ ຈຳນວນ 165 ໜ່ວຍ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມສະດວກສະບາຍໃນການນຳໃຊ້ໂຕ່ງນໍ້າທີ່ສະອາດເມື່ອສູ່ຄອບຄົວ