ລາວ-ໄທ ຫາລືການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ

60

ວັນທີ 6 ຕຸລາ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ຮ່ວມກັບ ກະຊວງຄົມມະນາຄົມ ປະເທດ ໄທ ຈັດກອງປະຊຸມປຶກສາຫາລື ການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ຂຶ້ນທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ບັນດາກົມ ແລະ ຂະແໜງອ້ອມຂ້າງ, ຝ່າຍໄທ ນຳໂດຍ ທ່ານ ອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ປະເທດໄທ ພ້ອມພ້ອມດ້ວຍຄະນະຂະແໜງກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ປຶກສາຫາລືກັນຫຼາຍບັນຫາເຊັ່ນ: ການສະເໜີເຊື່ອມຕໍ່ທາງລົດໄຟລະຫວ່າງປະເທດ, ວຽກງານທີ່ຕິດພັນກັບທາງລົດໄຟ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ກ່ຽວກັບການກຳນົດເຂດ ເພື່ອສຶກສາໃນການອອກແບບຂົວຂ້າມນໍ້າຂອງທີ່ເຊື່ອມທາງລົດໄຟ ຈຸດໃໝ່, ການຮ່ວມມືກ່ຽວກັບການພັດທະນາບຸກຄະລາກອນຂະແໜງດັ່ງກ່າວ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ກ່າວວ່າ: ຄຽງຄູ່ກັບຫລາຍບັນຫາທີ່ພວກເຮົາໄດ້ຕົກລົງນຳກັນແລ້ວນັ້ນ, ກໍຍັງມີອີກບາງຫົວຂໍ້ ທີ່ພວກເຮົາຍັງຈະໄດ້ສືບຕໍ່ແລກປ່ຽນ ແລະ ປຶກສາຫາລືນຳກັນ ເພື່ອກ້າວໄປເຖິງຄວາມເປັນເອກະພາບກັນ ເຊິ່ງບັນດາກົມ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍຈະໄດ້ສືບຕໍ່ສະສານສົມທົບເພື່ອພົບປະປຶກສາຫາລື ແລະ ແລກປ່ຽນເພື່ອເປັນເອກະພາບໃນລາຍລະອຽດ.

ຫຼັງຈາກກອງປະຊຸມໃນມື້ນີ້, ຂ້າພະເຈົ້າຂໍມອບໃຫ້ກົມແຜນການ ແລະ ການເງີນ, ຂອງ ກະຊວງ ຍທຂ ປະສານ ກັບພາກສ່ວນ ກ່ຽວຂ້ອງ ຂອງຝ່າຍໄທເພື່ອຮ່ວມກັນຮ່າງບົດບັນທຶກກອງປະຊຸມ ແລະ ໃຫ້ມີການລົງນາມໃນບົດບັນທຶກດັ່ງກ່າວ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍຜົນຂອງກອງປະຊຸມໃນຄັ້ງໃນຄັ້ນີ້. ພ້ອມດຽວກັນນີ້ຂໍຖືໂອກາດນີ້ ສະເໜີ ທ່ານ ຮອງນາຍົກ ແລະ ທ່ານລັດຖະມົນຕີໄທ ໃຫ້ຟື້ນຄືນກົນໄກກອງປະຊຸມ 2 ກະຊວງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ ແບບເປັນປົກກະຕິ ເພື່ອຕິດຕາມ ແລະ ຊຸກຍູ້ບັນດາໜ້າວຽກໃນບົດບັນທຶກກອງປະຊຸມ 2 ກະຊວງ ປີ 2019 ແລະ ບົດບັດທຶກກອງປະຊຸມ ໃນມື້ນີ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້.

ໃນໂອກາດ ທີ່ຄະນະຜູ້ແທນຝ່າຍໄທ ໄດ້ເດີນທາງມາລາວຄັ້ງນີ້ ຫຼັງສຳເລັດກອງປະຊຸມ ກໍມີເດີນທາງຢ້ຽມຢາມພາກສະໜາມທີ່ ເຂດວຽງຈັນໂລຊິດສຕິກພາກ, ສະຖານນີລົດໄຟນະຄອນຫຼວງວຽງຈັນ ແລະ ທ່ຽວຊົມຜັກຜ່ອນທີ່ ແຂວງຫຼວງພະບາງອີກດ້ວຍ.

ຂ່າວ-ພາບ: ຄຳນ້ອຍ