ບໍລິສັດ ໄປສະນີລາວ ແຕ່ງຕັ້ງສັບຊ້ອນພະນັກງານການນໍາ

354

ພິທີປະກາດການຈັດຕັ້ງ ບໍລິສັດ ໄປສະນີລາວ ຈໍາກັດ ຈັດຂຶ້ນວັນທີ 7 ຕຸລາ 2022 ທີ່ບໍລິສັດດັ່ງກ່າວ ເຂົ້າຮ່ວມ ແລະ ມອບໃບແຕ່ງຕັ້ງ ຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວໜ້າອໍານວຍການ ແລະ ພະນັກງານບໍລິສັດເຂົ້າຮວ່ມ.

ໃນພິທີທ່ານ ບົວພັດ ໄຊທິບ ໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນໄດ້ຜ່ານ ຂໍ້ຕົກລົງຂອງ ກະຊວງການເງິນ ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຢູ່ ບໍລິສັດ ໄປສະນີລາວ ຈຳກັດ ສະບັບເລກທີ 2811/ກງ, ລົງວັນທີ 16 ກັນຍາ 2022 ແຕ່ງຕັ້ງ ທ່ານ ສົມຈິດ ອິນທິລາດວົງສີ ຫົວໜ້າພະແນກແຜນການ ແລະ ການເງິນ, ສະຖາບັນການເງິນ-ການບັນຊີ ເປັນຮອງຜູ້ອຳນວຍການ ບໍລິສັດ ໄປສະນີລາວ ຈຳກັດ.

ຂໍ້ຕົກລົງຂອງ ກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງຕາງໜ້າຜູ້ຖືຮຸ້ນ ຝ່າຍລັດຖະບານລາວ ໃນບໍລິສັດ ໄປສະນີລາວ ສະບັບເລກທີ 2813/ກງ, ລົງວັນທີ 16 ກັນຍາ 2022 ແຕ່ງຕັ້ງ ທ່ານ ວົງຄຳແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ເປັນຜູ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດຖະບານລາວ ໃນບໍລິສັດ ໄປສະນີລາວ ຈຳກັດ.
ຂໍ້ຕົກລົງຂອງ ກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ກຳມະການ ສະພາບໍລິຫານ ໄປສະນີລາວ ຈຳກັດ ສະບັບເລກທີ 2812/ກງ, ລົງວັນທີ 16 ກັນຍາ 2022 ແຕ່ງຕັ້ງປະທານ ແລະ ກຳມະການ ສະພາບໍລິສັດ ໄປສະນີລາວ ຈຳກັດ ມີລາຍຊື່ດັ່ງນີ້:

– ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນປະທານ
– ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນກຳມະການ
– ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ເປັນກຳມະການ
ຕອນທ້າຍພິທີທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ມີຄໍາເຫັນວ່າ:ການແຕ່ງຕັ້ງຄະນະສະພາບໍລິຫານ ກໍຄືຮອງອໍານວຍການ ແລະ ຜູ້ຕາງໜ້າຜູ້ຖືຮຸ່ນບໍລິສັດໄປສະນີລາວ ຈໍາກັດໃນຄັ້ງນີ້ເພື່ອໃຫ້ສອດຄອ່ງກັບສະພາບ ຄວາມຮຽກຮ້ອງຕອ້ງການ ແລະ ໜ້າທີ່ການເມືອງຂອງພັກໃນໄລຍະໃໜ່ ແມ່ນມີຄວາມສໍາຄັນ ແນ່ໃສເພື່ອບັນລຸທິດທາງ ແລະ ຄາດໜາຍກຽ່ວກັບການປັບປຸງວິສາຫະກິດທີ່ພັກເຮົາໄດ້ວາງອອກ ໂດຍສະເພາະແມ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກຽ່ວກັບການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ກໍຄືການພັດທະນາທາງດ້ານວິສາຫະກິດໃຫ້ມີຄວາມເຂັ້ມແຂງ.