ສານອວຍພອນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

150

ສານອວຍພອນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (7 ຕຸລາ 1994-7 ຕຸລາ 2022) ຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າ: ບັນດາຄູອາຈານ, ຜູ້ບໍລິຫານການສຶກສາ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 28 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງຄູອາຈານ ໃນຂອບເຂດທົ່ວປະເທດ ຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ.

ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ໂດຍສະເພາະແມ່ນ ຄູ ແລະ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ. ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຈົນຖືກສັງຄົມຂະໜານນາມວ່າ: “ຄູແມ່ນຄົນຂອງພັກ”, “ຄູແມ່ນວິສະວະກອນແຫ່ງດວງວິນຍານ”, “ຄູແມ່ນແມ່ພິມຂອງຊາດ”, “ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ”, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ເມື່ອທົບທວນເບິ່ງແລ້ວຈະເຫັນວ່າພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີກຽດອັນສະຫງ່າລາສີ.

ຮູບພິທີປາຖະກະຖາວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28, ວັນທີ 6 ຕຸລາ 2022 ຢູ່ທີ່ສະໂມສອນໃຫຍ່ເມືອງນ້ຳບາກ ແຂວງຫຼວງພະບາງ

ຕະຫຼອດໄລຍະຜ່ານມາ ດ້ວຍຄວາມເຊື່ອໝັ້ນ ຕໍ່ອຸດົມການຂອງພັກ, ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ໄດ້ຜ່ານຜ່າບັນດາອຸປະສັກນານາປະການ, ອຸທິດສະຕິປັນຍາ ແລະ ເຫື່ອແຮງ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ. ຄູອາຈານຫຼາຍໆຄົນໄດ້ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.
ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູອາຈານ. ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອຄູອາຈານ ແລະ ຜູ້ບໍລິຫານການສຶກສາໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາຂອງປະເທດເຮົາໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນດີຂຶ້ນເປັນກ້າວໆ.

ບັນດາຄູອາຈານ ແລະ ຜູ້ບໍລິຫານການສຶກສາ ທີ່ຮັກແພງທັງຫຼາຍ
ໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຍຸກປັດຈຸບັນ ມັນຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ມີຄຸນສົມບັດທີ່ໜັກແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູອາຈານ ຂອງພວກເຮົາ ຍິ່ງຈະຕ້ອງໄດ້ພັດທະນາຕົນເອງ ໃຫ້ກ້າວທັນກັບການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີ ຄື:
• ໜຶ່ງ: ຈະຕ້ອງໄດ້ຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະເພາະຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມ ສາມາດປະສົມປະສານແຫຼ່ງການຮຽນຮູ້ທີ່ມີຢ່າງຫຼາກຫຼາຍໃນປັດຈຸບັນໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ. ນອກຈາກຈະມີວິຊາສະເພາະແລ້ວຕ້ອງຮຽນຮູ້ບັນດາທັກສະສະຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ (ICT Literacy), ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ (Soft Skills), ຮູ້ນຳໃຊ້ພາສາຕ່າງປະເທດ ແລະ ອື່ນໆ.

ຮູບສະແດງຂອງນ້ອງນ້ອຍ ໃນພິທີປາຖະກະຖາວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28, ວັນທີ 6 ຕຸລາ 2022 ຢູ່ທີ່ສະໂມສອນໃຫຍ່ເມືອງນ້ຳບາກ ແຂວງຫຼວງພະບາງ

• ສອງ: ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ, ມີຄຸນນະພາບ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊັ່ນວ່າ: ຜັນຂະຫຍາຍຈິດໃຈ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຕິດພັນກັບ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະ ແໜງການຄື ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາ ໃຫ້ເປັນຮູບປະທຳ.
• ສາມ: ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ແລະ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ; ໃຫ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີກັນເປັນປຶກແຜ່ນແໜ້ນໜາ, ນໍ້າໃຈອາສາສະໝັກ, ຄວາມເປັນແບບຢ່າງທັງດ້ານແນວຄິດ ແລະ ການກະທຳ.

ຮູບຫຼານນ້ອຍມອບຊໍ່ດອກໄມ້ໃຫ້ຄູ ເນື່ອງໂອກາດວັນຄູແຫ່ງຊາດ 7 ຕຸລາ ທີ່ໂຮງຮຽນອະນຸບານລ້ອງກໍເດື່ອ, ເມືອງໄຊ, ແຂວງອຸດົໄຊ ວັນທີ 6 ຕຸລາ 2022

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.
“ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ”

ຂອບໃຈຮູບປະກອບບາງຈາກ: Media Lao, ແລະ ເຟສບຸ໊ກ