ເປີດຢ່າງເປັນທາງການ ສູນຊື້-ຂາຍເງິນຄຣິບໂຕ Bitqik ໜຶ່ງດຽວໃນ ສປປ ລາວ

508

ໂດຍເຫັນໄດ້ເຖິງຄວາມສຳຄັນຂອງທຸລະກິດດີຈີຕອນ ລັດຖະບານໄດ້ອະນຸຍາດເປີດ ບໍລິສັດຊື້-ຂາຍ ເງິນຄຣິບໂຕ ເພື່ອຈະເປັນຊ່ອງທາງໜຶ່ງໃນການຫຼຸດຜ່ອນການຫົ່ວໄຫຼອອກຂອງເງິນຕາຕ່າງປະເທດ, ເບື້ອງຕົ້ນຈະມີເງິນຄຣິບໂຕ ຊື້-ຂາຍ ປະມານ 20 ສະກຸນ.

ພິທີເປີດ ບໍລິສັດ ບິດຄິກ (Bitqik) ສູນ ຊື້-ຂາຍເງິນຄຣິບໂຕ ຢ່າງເປັນທາງການ ຈັດຂຶ້ນວັນທີ 5 ກັນຍາ 2022 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານ JDB, ທັງເປັນປະທານບໍລິສັດ ເອັສເອັມຈີ ກຣຸບ ຈຳກັດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິລະສັກ ວິລະວົງ ຜູ້ອຳນວຍການບໍລິສັດ ບິດຄິກ ກ່າວວ່າ: ດ້ວຍຄວາມສຳຄັນຂອງທຸລະກິດດີຈີຕອນ ລັດຖະບານໄດ້ອະນຸຍາດເປີດ ບໍລິສັດ ບິດຄິກ ເພື່ອເປັນສູນຊື້-ຂາຍເງິນຄຣິບໂຕ ເຊິ່ງຈະເປັນຊ່ອງທາງໜຶ່ງໃນການຫຼຸດຜ່ອນການທົ່ວໄຫຼຈາກຕ່າງປະເທດ ຊຶ່ງເບື້ອງຕົ້ນຈະມີເງິນຄຣິບໂຕໃນການຊື້ຂາຍປະມານ 20 ສະສະກຸນ ໃຫ້ນັກລົງທຶນໄດ້ ຊື້-ຂາຍ ຜ່ານແພລດຟອມ ພາຍໃຕ້ບໍລິສັດ ບິດຄິກ ຈຳກັດຜູ້ດຽວ.

ບິດດຄິກ ເຊິ່ງຢູ່ພາຍໃຕ້ ກຸ່ມບໍລິສັດ ເອັສເອັມຈີກຣຸບ ຈຳກັດ ເປັນບໍລິສັດທີ່ໄດ້ຮັບອະນຸຍາດຢ່າງເປັນທາງການຈາກທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນທຸລະກິດເປັນແພລດຟອມເທຣດເງິນຄຣິບໂຕຜ່ານເວບໄຊ ແລະ ແອັບພລິເຄຊັ່ນເທິງສະມາດໂຟນ. ນອກນັ້ນ, ບິດຄິກ ຍັງໄດ້ຮ່ວມມືກັບທະນາຄານຮ່ວມພັດທະນາ (JDB) ໃນການເຊື່ອມຕໍ່ລະບົບເຊິ່ງກັນ ແລະ ກັນ ເຮັດໃຫ້ລູກຄ້າບິດຄິກ ສາມາດຜູກບັນຊີທະນາຄານ JDB ເຂົ້າໃນແອັບ ເຊິ່ງຈະອຳນວຍຄວາມສະດວກໃນການ ຊື້-ຂາຍເງິນຄຣິບໂຕ, ສາມາດດຳເນີນທຸລະກຳຜ່ານບັນຊີທະນາຄານໄດ້ທັນທີ, ລູກຄ້າສາມາດຊື້ ໂດຍຕັດເງິນຈາກບັນຊີ ແລະ ສັ່ງຂາຍແລ້ວໄດ້ຮັບເງິນເຂົ້າບັນຊີຢ່າງສະດວກສະບາຍແບບໄຮ້ຮອຍຕໍ່. ນອກນີ້, ຍັງມີບໍລິການເສີມອື່ນໆຂອງບິດຄິກ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ແລະ ຄຳນຶງເຖິງຄວາມປອດໄພເຊັ່ນ:

bitqik academy ທີ່ເປັນສູນລວມຫຼັກສູດການຮຽນ, ການສອນອອນລາຍ ກ່ຽວກັບການລົງທຶນໃນເງິນຄຣິບໂຕ ເພື່ອເປັນແຫຼ່ງຄວາມຮູ້ໃຫ້ແກ່ນັກລົງທຶນໄດ້ສຶກສາຮຽນຮູ້ຢ່າງລະອຽດຖີ່ຖ້ວນກ່ອນລົງທຶນ ເພື່ອປ້ອງກັນຂໍ້ຜິດພາດ ແລະປົກປ້ອງລູກຄ້າຈາກການຖືກຕົວະຕົ້ມຫຼອກລວງ.

Bitqik insight ສູນອັບເດດຂ່າວສານທາງດ້ານການເງິນ, ການລົງທຶນ ແລະ ຄຣິບໂຕແບບຮອບດ້ານ ໂດຍສະມີຂໍ້ມູນອັບເດດໃໝ່ໆທຸກວັນ ເພື່ອເປັນແຫຼ່ງຂ່າວໃຫ້ນັກລົງທຶນໄດ້ຮູ້ ແລະ ຕິດຕາມສິ່ງໃໝ່ໆ ພ້ອມອັບເດດການເຄື່ອນໄຫວຂອງສະພາບຕະຫຼາດ ແລະ ເສດຖະກິດ.

bitqik wallet ກະເປົ໋າເງິນດິຈິຕອນທີ່ຈະເກັບຮັກສາຊັບສິນເງິນຄຣິບໂຕຂອງລູກຄ້າຢ່າງປອດໄພດ້ວຍມາດຕະຖານສາກົນ ເພາະມີການນຳໃຊ້ບໍລິການຈາກຜູ້ໃຫ້ບໍລິການສະເພາະດ້ານທີ່ມີຄວາມຫນ້າເຊື່ອຖືສູງ ແລະ ຕິດອັບດັບຕົ້ນໆຂອງໂລກ ເພື່ອຮັບປະກັນ ແລະ ເຮັດໃຫ້ລູກຄ້າຫມັ້ນໃຈວ່າຊັບສິນຊັບດິຈິຕອນຂອງລູກຄ້າຈະຖືກເກັບຮັກສາຢ່າງປອດໄພ ແລະ ບໍ່ມີວັນສູນຫາຍ.

ເປົ້າໝາຍຂອງບິດຄິກ: ເປົ້າຫມາຍທີ່ໃຫຍ່ກວ່າຂອງບິດຄິກແມ່ນຈະໃຫ້ບໍລິການອອກສູ່ສາກົນເພື່ອດຶງດູດນັກລົງທຶນຈາກຕ່າງປະເທດນຳເງິນຕາເຂົ້າສູ່ ສປປ ລາວ ແລະ ຍັງມີແຜນການໃນອະນາຄົດທີ່ຈະຂະຫຍາຍຜະລິດຕະພັນແລະການບໍລິການໃຫ້ຫລາກຫລາຍໂດຍເນັ້ນຫນັກດ້ານການເປັນຜູ້ນຳໃນເຕັກໂນໂລຊີດິຈິຕອນໂດຍສະເພາະເຕັກໂນໂລຊີບລັອກເຊນ ແລະ Web 3.0 ພ້ອມຈະພັດທະນາຜະລິດຕະພັນທີ່ເຊື່ອມຕໍ່ໃຫ້ການແລກປ່ຽນລະຫວ່າງ ຄຣິບໂຕ ແລະ ເງິນ ເປັນໄປຢ່າງໄຮ້ຮອຍຕໍ່ຜ່ານລະບົບທະນາຄານ. ນອກນັ້ນ, ໃນອະນາຄົດຍັງຈະມີການພັດທະນາລະບົບເຕັກໂນໂລຊີ ເພື່ອຫັນປ່ຽນການລົງທຶນໃນຊັບສິນທີ່ຈັບຕ້ອງໃຫ້ເຂົ້າສູ່ໂລກດິຈິຕອນ ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ນັກລົງທຶນ ໄດ້ລົງທຶນງ່າຍດ້ວຍປາຍນີ້ວ. ທັງໝົດນີ້, ແມ່ນການບໍລິການທີ່ຫຼາກຫຼາຍຈາກບິດຄິກ ທີ່ພ້ອມແລ້ວຈະໃຫ້ບໍລິການແກ່ລູກຄ້າທຸກໆທ່ານ ເຊິ່ງນີ້ນັບວ່າເປັນບາດກ້າວທຳອິດຂອງການລົງທຶນໃນ ສປປ ລາວ ໃນການເຂົ້າສູ່ຕະຫຼາດເງິນຄຣິບໂຕຢ່າງເປັນທາງການ.

ສຳລັບສຳນັກງານໃຫຍ່ບໍລິສັດ ບິດຄິກ ຕັ້ງຢູ່ບ້ານນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເຊິ່ງມີທີມງານທີ່ມີຄວາມພ້ອມລໍຖ້າໃຫ້ບໍລິການລູກຄ້າຕະຫຼອດ, ພ້ອມສະຖານທີ່ອຳນວຍຄວາມສະດວກຕ່າງໆໃຫ້ແກ່ລູກຄ້າທີ່ຢາກເຂົ້າມາໃຊ້ບໍລິການ ຫຼື ຕ້ອງການປຶກສາດ້ານການລົງທຶນ ແລະ ພິເສດແມ່ນທີ່ຫ້ອງການບິດຄິກ ຈະມີກິດຈະກຳຝຶກອົບຮົມ ແລະ ສຳມະນາດ້ານການລົງທຶນຄຣິບໂຕ ເພື່ອໃຫ້ຄວາມຮູ້ຄວາມເຂົ້າໃຈຢ່າງຮອບດ້ານແກ່ນັກລົງທຶນຢ່າງເປັນປະຈໍາທຸກອາທິດ ໂດຍລູກຄ້າທີ່ສົນໃຈສາມາດເຂົ້າຮ່ວມໄດ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍ.

ໝາຍເຫດ: ການລົງທຶນມີຄວາມສ່ຽງເງິນຄຣິບໂຕແຕ່ລະສະກຸນມີຄວາມແຕກຕ່າງກັນຜູ້ລົງທຶນຄວນສຶກສາຂໍ້ມູນຢ່າງຖີ່ຖ້ວນກ່ອນຕັດສິນໃຈລົງທຶນ

ເນື້ອໃນຂ່າວຈາກ: ເສດຖະກິດ-ສັງຄົມ