ໂອເປັກ ພລັສ ຈະຫຼຸດກຳລັງການຜະລິດ 2 ລ້ານບາເຣວຕໍ່ວັນ

24

ສຳນັກຂ່າວ ບລູມເບີກ ລາຍງານວ່າ ສະມາຊິກ 13 ປະເທດ ຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ ( OPEC ) ນຳໂດຍ ຊາອຸດິດ ອາຣັບບີ ແລະ ພັນທະມິດ ( OPEC+ ) ລວມທັງ ຣັດເຊຍ ຈະຈັດກອງປະຊຸມປຶກສາຫາລືກັນຄັ້ງທຳອິດ ນັບແຕ່ເດືອນມີນາ 2020 ຢູ່ສຳນັກງານໃຫຍ່ ນະຄອນຫຼວງວຽນ ປະເທດໂອຕຣິດ ເພື່ອຫຼຸດກຳລັງການຜະລິດລົງ ສູງເຖິງວັນລະ 2 ລ້ານບາເຣວ ໃນເດືອນພະຈິກ ເຊິ່ງຫຼຸດລົງຫຼາຍກວ່າທີ່ນັກວິເຄາະຄາດການໄວ້.

May be an image of text that says 'OPEC'

ທັງນີ້, ລາຄານ້ຳມັນໂລກ ເຄີຍປັບຂຶ້ນສູງເຖິງ 140 ໂດລາສະຫະລັດຕໍ່ບາເຣວ ໃນທ້າຍເດືອນກຸມພາ ແຕ່ຫຼັງຈາກນັ້ນກໍຫຼຸດລົງຢ່າງຕໍ່ເນື່ອງ ເຫຼືອຕ່ຳກວ່າ 90ໂດລາສະຫະລັດຕໍ່ບາເຣວໃນປັດຈຸບັນ ຍ້ອນເສດຖະກິດໂລກຂະຫຍາຍຕົວຊ້າລົງ.

No photo description available.