ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮັບໜ້າທີ່ເປັນປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ(ຜູ້ໃໝ່)

188

ໃນວັນທີ 6 ຕຸລາ 2022 ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ(ຜູ້ເກົ່າ) ແລະ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ(ຜູ້ໃໝ່), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຜູ້ປະຈໍາການ, ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ຢ່າງພ້ອມພຽງ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ຮູ້ກ່ຽວກັບວຽກງານອະໄພຍະໂທດປີ 2021 ແລະ ຕົ້ນປີ 2022 ຜ່ານມາວ່າ: ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ຄະນະກໍາມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫລວງວຽງຈັນ ໃນການຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຄໍາແນະນໍາ ຂອງຄະນະກຳມະການອະໄພຍະໂທດ ລະດັບຊາດ ຢ່າງເປັນລະບົບປົກກະຕິ ແລະ ປັບປຸງແກ້ໄຂ ບາງກໍລະນີທີ່ເກີດຂຶ້ນຢ່າງທັນການ; ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ເປັນເຈົ້າການກວດກາຄວາມຖືກຕ້ອງ ແລະ ນັກ ໂທດໄດ້ຮັບອະໄພຍະໂທດ ຕາມລັດຖະດໍາລັດຂອງປະທານປະເທດ ປະຈໍາປີ 2021 ມີທັງໝົດ 1.992 ຄົນ, ຍິງ 280 ຄົນ, ຕ່າງປະເທດ 25 ຄົນ, ຍິງ 5 ຄົນ, ນັກໂທດຕະຫລອດຊີວິດ 49 ຄົນ, ຍິງ 9 ຄົນ. ໃນນີ້ ໄດ້ຮັບອະໄພຍະໂທດ ຫລຸດຜ່ອນໂທດ 1.980 ຄົນ, ຍິງ 277 ຄົນ ແລະ ໄດ້ຮັບອະໄພຍະໂທດປ່ອຍຕົວ ຈໍານວນ 12 ຄົນ, ຍິງ 3 ຄົນ, ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ໄດ້ຮັບອະໄພຍະໂທດຫລຸດຜ່ອນໂທດມາເປັນໂທດຕະຫລອດຊີວິດ ຈໍານວນ 25 ຄົນ, ຍິງ 2 ຄົນ, ຕ່າງປະເທດ 2 ຄົນ ແລະ ເປັນເຈົ້າການຄົ້ນຄວ້າຄວາມຖືກຕ້ອງບັນຊີສະເໜີປ່ອຍຕົວ ສົ່ງໃຫ້ກົມຕໍາຫລວດ ຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 361 ຄົນ, ຍິງ 58 ຄົນ ເພື່ອສະເໜີຕໍ່ທ່ານນາຍົກລັດຖະມົນຕີ ພິຈາ ລະນານໍາສະເໜີ ຕໍ່ປະທານປະເທດ ອອກລັດຖະດໍາລັດ ໃຫ້ອະໄພຍະໂທດປ່ອຍຕົວ ໄລຍະຊ່ວງປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ 19.

ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫລວງວຽງຈັນ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈໍາປີ 2021 ໄດ້ຈໍານວນທັງໝົດ 4,9 ຕື້ກີບ, ເງິນຕາຕ່າງປະເທດ 750.000 ບາດ ໃນນີ້, ມີການໃຊ້ແທນຄ່າເສຍທາງແພ່ງ 866 ລ້ານກວ່າກີບ, 750.000 ບາດ ແລະ ຄ່າປັບໄໝ 4 ຕື້ກວ່າກີບ ແລະ ໄດ້ມອບເຂົ້າຄັງເງິນຂອງແຕ່ລະແຂວງທັງໝົດ.


ສໍາລັບ ປີ 2022 ທ່ານ ໄຊຊະນະ ໂຄດພູທອນກ່າວວ່າ:  ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫລວງວຽງຈັນ ໄດ້ມີການສະເໜີຂໍອະໄພຍະໂທດທັງໝົດ 1.895 ຄົນ, ຍິງ 264 ຄົນ, ຕ່າງປະເທດ 23 ຄົນ, ຍິງ 6 ຄົນ, ມີນັກໂທດຕະຫລອດຊີວິດ 40 ຄົນ, ຍິງ 10 ຄົນ, ຕ່າງປະເທດ 1 ຄົນ, ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ທີ່ສະເໜີຂໍອະໄພຍະໂທດ 8 ຄົນ, ຍິງ 1 ຄົນ ແລະ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະ ໄພຍະໂທດ ໄດ້ທັງໝົດ 3,7 ຕື້ກວ່າກີບ, ເງິນຕາຕ່າງປະເທດ 6000 ບາດ, 2.500 ໂດລາສະຫະລັດ ໃນນີ້, ມີການໃຊ້ແທນຄ່າເສຍຫາຍທາງແພ່ງ ຈໍານວນ 472 ລ້ານກວ່າກີບ, 6000 ບາດ, 2.500 ໂດລາ ສະຫະລັດ ແລະ ຄ່າປັບໄໝຈໍານວນ 3,2 ຕື້ກວ່າກີບ.

ຂ່າວ ອອປສ