ດ່ວນ ມີການປັບລົງ ແລະຂຶ້ນລາຄານ້ຳມັນ ເລີ່ມມື້ອື່ນນີ້

65

ມີການເໜັງຕີງອີກແລ້ວສຳລັບລາຄານ້ຳມັນເຊື້ອໄຟ ເຊິ່ງຊຸດນີ້ມີທັງປັບຂຶ້ນ ແລະ ປັບລົງ ອີງໃສ່ກົນໄກການປ່ຽນແປງຂອງລາຄາໃນຕະຫຼາດໂລກ ບ້ານເຮົາທີ່ເປັນປະເທດນຳເຂົ້າກໍ່ຕ້ອງປັບປ່ຽນໄປຕາມ.

ໂດຍການປັບໃໝ່ລາຄານ້ຳມັນເທື່ອນີ້ແມ່ນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07 ຕຸລາ 2022 ເປັນຕົ້ນໄປຕາມແຈ້ງການຈາກ ກະຊວງອຸດສະຫະກຳ ແລະການຄ້າ ສະບັບເລກທີ 1377/ອຄ ລົງວັນທີ 06 ຕຸລາ 2022.

ເຊິ່ງກາບປ່ຽນແປງຂອງລາຄານ້ຳມັນເຊື້ອໄຟແມ່ນ ແອັດຊັງພິເສດ ກັບແອັດຊັງທຳະດາລົງ 160 ແລະ 100 ກີບຕໍ່ລິດຕາມລຳດັບ, ສ່ວນລາຄານ້ຳມັນກາຊວນແມ່ນເພີ່ມຂຶ້ນ 120 ກີບຕໍ່ລິດ.

ເຮັດໃຫ້ລາຄານ້ຳມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດໄດ້ລົງຈາກ 24.520 ກີບມາເປັນ 24.360 ກີບຕໍ່ລິດ, ແອັດຊັງທຳມະດາ ລົງຈາກລິດລະ 19.180 ກີບມາເປັນ 19.080 ແລະລາຄາກາຊວນຂຶ້ນຈາກ 18.680 ໄປເປັນ 18.800 ກີບຕໍ່ລິດ.