ຕ້ານບໍ່ໄຫວ ຢູ 17 ລາວ ເສຍ 3 ປະຕູລວດເຄິ່ງເວລາທີ 2 ກ່ອນເສຍໃຫ້ ອີຣານ ໃນນັດທໍາອິດ

46

ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ລົງແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ.

ໂດຍນັດທໍາອິດເກີດຂຶ້ນໃນຕອນແລງຂອງວັນທີ 5 ຕຸລາ 2022 ພົບກັບ ອີຣານ ປາກົດວ່າ: ເຄິ່ງເວລາທໍາອິດ ຢູ 17 ລາວ ຕ້ານໄດ້ດີ ແລະ ມີໂອກາດລຸ້ນປະຕູ ໂດຍສເພາະຈັງຫວະ ປີເຕີ້ ພັນທະວົງ ປັ່ນບານຕໍາເສົາອອກໄປຢ່າງໜ້າເສຍດາຍ, ສ່ວນເຄິ່ງເວລາທີ 2 ອີຣານ ຄອງເກມໄດ້ໝົດ ກ່ອນໄດ້ 3 ປະຕູລວດ ເອົາຊະນະ ຢູ 17 ລາວ 3-0.

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ນັດຕໍ່ໄປ ມີດັ່ງນີ້:
– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

ຂ່າວ: Larh Creators ; ຮູບຈາກ: ສຕລ