ອັດຕາເງິນເຟີ້ຂອງຕວັກກີ ເພີ່ມຂຶ້ນ 83% ສູງທີ່ສຸດໃນໂລກ

68

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດຂອງຕວັກກີ ເປີດເຜີຍວ່າ: ອັດຕາເງິນເຟີ້ຂອງຕວັກກີ ໃນເດືອນກັນຍາ 2022 ເພີ່ມຂຶ້ນ 83,45% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຖືວ່າສູງທີ່ສຸດໃນຮອບ 24 ປີ ແລະ ເປັນປະເທດທີ່ມີອັດຕາເງິນເຟີ້ສູງທີ່ສຸດໃນໂລກ ປີ 2022 ເນື່ອງຈາກທະນາຄານກາງຂອງຕວັກກີ ໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍ 2 ຄັ້ງ ໃນໄລຍະ 2 ເດືອນຜ່ານມາ ທ່າມກາງອັດຕາເງິນເຟີ້ກຳລັງເພີ່ມສູງຂຶ້ນກໍຕາມ.

May be an image of 5 people, people standing and indoor

ລາຍງານລະບຸວ່າ: ດັດສະນີລາຄາຜູ້ບໍລິໂພກ ( CPI ) ຂອງຕວັກກີ ໃນເດືອນກັນຍາເພີ່ມຂຶ້ນ 3,08% ເມື່ອທຽບໃສ່ເດືອນສິງຫາ ຕ່ຳກວ່າທີ່ນັກເສດຖະສາດຄາດການໄວ້, ໃນຂະນະທີ່ດັດສະນີລາຄາຜູ້ຜະລິດ ( PPI ) ເພີ່ມຂຶ້ນ 4,78% ເມື່ອທຽບໃສ່ເດືອນສິງຫາ 2022 ແຕ່ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 151,50% ໂດຍພາບລວມການເພີ່ມຂຶ້ນຂອງອັດຕາເງິນເຟີ້ ສ່ວນໃຫຍ່ມາຈາກຄ່າຂົນສົ່ງທີ່ເພີ່ມຂຶ້ນຫຼາຍກວ່າ 100%, ຂະນະທີ່ລາຄາສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນຫຼາຍກວ່າ 90% ເມື່ອທຽບໃສ່ປີຜ່ານມາ.

May be an image of 6 people and people standing