ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າ ກຳປູເຈຍ ເພີ່ມຂຶ້ນ 20 ເທົ່າ

65

ສຳນັກຂ່າວຊິນຫົວ ລາຍງານວ່າ ຄະນະບໍລິຫານ ອັງກໍ ເອນເທີຣໄພຣ ( Angkor Enterprise ) ເປີດເຜີຍວ່າ ໃນໄລຍະ 9 ເດືອນທຳອິດຂອງປີ 2022, ອຸທິຍານບູຮານຄະດີອັງກໍ ຫຼື ໝູ່ປຣາສາດ ນະຄອນວັດ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງ ກຳປູເຈຍ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ບັນລຸ 134.152 ເທື່ອຄົນ ເພີ່ມຂຶ້ນ 20 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ້າງລາຍໄດ້ເຖິງ 5,36 ລ້ານໂດລາສະະລັດ ຈາກການຈຳໜ່າຍປີ້ເຂົ້າຊົມ ລະຫວ່າງ ເດືອນມັງກອນ – ເດືອນກັນຍາ.

May be an image of one or more people, people standing and outdoors

ທັງນີ້ ອຸທິຍານດັ່ງກ່າວມີເນື້ອທີ່ປະມານ 401 ກິໂລຕາແມັດ ເຊິ່ງຕັ້ງຢູ່ແຂວງສຽມຖານ ທາງພາກຕາເວັນຕົກສ່ຽງເໜືອຂອງກຳປູເຈຍ ໄດ້ຮັບການຂຶ້ນທະບຽນເປັນແຫຼ່ງມໍລະດົກໂລກ ຂອງອົງການອຸຍເນສໂກ ໃນປີ 1992 ແລະ ຖືເປັນຈຸດໝາຍປາຍທາງໃນການທ່ອງທ່ຽວຍອດນິຍົມທີ່ສຸດຂອງ ກຳປູເຈຍ.

May be an image of 1 person, standing and outdoors

ທ່ານ ຮຸນເຊນ ນາຍົກ ລັດຖະມົນຕີ ກຳປູເຈຍ ກ່າວວ່າ: ແຫຼ່ງມໍລະດົກແຫ່ງນີ້ ເປັນສະຖານທີ່ສຳຄັນໃນການດຶງດູດເອົານັກທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາຊົນກຳປູເຈຍໂດຍທາງກົງ ແລະ ທາງອ້ອມເປັນຈຳນວນຫຼວງຫຼາຍ.