ນັກພັດທະນາດີເດັ່ນ ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດຄົນທໍາອິດ ທ່ານ ເກຍ ອູ໊ສິດທິເດດ

100

ນັກທຸລະກິດ ຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວ ຊຶ່ງເປັນນາມມະຍົດສູງສຸດ ທັງເປັນຫຼຽນປະຫວັດສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ, ເຈົ້າຂອງໂຮງງານນໍ້າດື່ມ ແລະ ນ້ຳກ້ອນໂລມາຄໍາ ແຂວງສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການມີສ່ວນຮ່ວມຊ່ວຍເຫຼືອປະຊາຊົນ 2 ໂຄງການຄື ການແກ້ໄຂລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈຳພອນ; ບ້ານຕະຢົງ ແລະ ບ້ານປະແນະ ຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ຕະຫຼອດໄລຍະ 5 ປີຜ່ານມາ (2016-2021).

ທ່ານ ເກຍ ອູ໊ສິດທິເດດ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງວ່າ: ຕໍ່ກັບການປະກອບສ່ວນພັດທະນາແຂວງສະຫວັນະເຂດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ມີຜົນງານໃຫ້ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານ ເປັນຜູ້ທຳອິດຂອງປະເທດ, ທ່ານກ່າວວ່າ: ການສະສົມຜົນງງານຕະຫຼອດໄລຍະຜ່ານມາ ເຊິ່ງກໍມີຫຼາຍການປະກອບສ່ວນເຂົ້າໃນການພັດທະນາ ເປັນຕົ້ນແມ່ນທຸລະກິດຂອງຕົນເອງ ຈາກທຸລະກິດນ້ອຍໆ ກໍຄ່ອຍໆຂະຫຍາຍຕົວຂຶ້ນມາ ຈາກຜົນງານພາຍໃນຄອບຄົວ ກໍຂະຫຍາຍສູ່ສັງຄົມ, ສາມາດປະກອບສ່ວນເຂົ້າໃນນະໂຍບາຍຂອງພັກ-ລັດວາງອອກ, ເຮັດຕາມເງື່ອນໄຂແລະທ່າແຮງທີ່ຕົນມີໃນແຕ່ລະໄລຍະ, ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນທີ່ທຸກຍາກໃນໂຄງການລືບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍ ເມືອງຈໍາພອນ ແລະ ໂຄງການຮ່ວມໃຈສາຍໄຍໂລມາຄຳ ເພື່ອສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ, ຈັດຫາແຫລ່ງນໍ້າດື່ມ-ນໍ້າໃຊ້ ແລະ ສົ່ງເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຢົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງປະກອບສ່ວນເຮັດໃຫ້ ປະຊາຊົນບ້ານເປົ້າໝາຍ ມີຊີວິດການເປັນຢູ່ດີຂຶ້ນ.

ໃນໂຄງການລຶບລ້າງຄວາມທຸກຍາກຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເປັນໂຄງການທີ່ມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ, ເປົ້າໝາຍເພື່ອເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ວາງອອກ ດ້ວຍການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງເຊິ່ງຕິດພັນກັບການຊຸກຍູ້ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເປັນໂຄງການຕົວແບບທີ່ພາກສ່ວນທຸລະກິດ ເຂົ້າໄປມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ໃນເບື້ອງຕົ້ນໂຄງການໄດ້ຕົກລົງເຊັນບົດບັນທຶກກັບເມືອງ ໃຫ້ການຊ່ວຍເຫຼືອປະຊາຊົນຈຳນວນ 27 ຄອບຄົວທີ່ທຸກຍາກທີ່ສຸດ. ເປົ້າໝາຍຂອງໂຄງການກໍເພື່ອຫັນປ່ຽນການດຳລົງຊີວິດຂອງປະຊາຊົນຄອບຄົວເປົ້າໝາຍທີ່ເລື່ອນລອຍ (ຂໍທານ) ເປັນອາຊີບຫາກິນໃຫ້ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ປະຊາຊົນ, ນຳພາປະຊາຊົນເປົ້າໝາຍອອກແຮງງານໃຫ້ເຮັດກິນຢູ່ກັບທີ່, ຮູ້ທຳການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ.

ສໍາລັບໂຄງການຮ່ວມໃຈສາຍໄຍໂລມາຄໍາ ເປັນໂຄງການມີສ່ວນຮ່ວມລະຫວ່າງ ນັກທຸລະກິດ,ພາກລັດແລະພາກປະຊາຊົນ ເພື່ອໃຫ້ການຊ່ວຍເຫຼືອ ປະຊາຊົນ 2ບ້ານ ໂດຍອີງໃສ່ພື້ນຖານ,ທ່າແຮງທີ່ປະຊາຊົນມີຢູ່ ເປົ້າໝາຍແນໃສ່ການສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນເພື່ອຈັດຫາແຫຼ່ງນໍ້າດື່ມ,ນໍ້າໃຊ້,ປະກອບມີ 138 ຄອບຄົວ ເພື່ອຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວໃຫ້ກັບປະຊາຊົນໄດ້ມີແຫຼ່ງອາຫານແຫຼ່ງລາຍຮັບ ເພື່ອກຸ້ມຢູ່ກຸ້ມກິນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແບບຍືນຍົງ,ໂດຍເນັ້ນໃສ່ ໃຫ້ປະຊາຊົນປູກພືດປະສົມປະສານຫຼາຍຊະນິດ,ພືດໄລຍະສັ້ນ, ໄລຍະກາງ ,ໃນວຽກທີ່ໄດ້ຈັດຕັ້ງປະຕິບັດປະກອບໃຫ້ກັບປະຊາຊົນໄດ້ສະໜອງເຄື່ອງມືການຜະລິດກະສິກໍາໃຫ້ແກ່ປະຊາຊົນຄອບຄົວໃນເປົ້າໝາຍແລະນອກເປົ້າໝາຍ ພ້ອມທັງໃຫ້ຄວາມຮູ້ ແກ່ປະຊາຊົນແລະນ້ອງນັກຮຽນ ໄດ້ຮຽນຮູ້ການປູກ-ການລ້ຽງ ທີ່ຖືກວິທີ,ໃຫ້ແຕ່ລະຄອບຄົວເຮັດສວນປູກ ສະໜອງສັດລ້ຽງໃຫ້ກັບປະຊາຊົນ ເຊັ່ນ: ໝູ,ເປັດ, ໄກ່,ປາຫຼາຍຊະນິດ, ໄດ້ກໍ່ສ້າງຝາຍນໍ້າລົ້ນເບຕົງເສີມເຫຼັກກັ້ນຫ້ວຍນ້ອຍ2ແຫ່ງ ບ້ານປາແນະ1ແຫ່ງ ແລະ ບ້ານຕາຢົງ 1 ໄດ້ຈົກໜອງສະໃຫຍ່ໃຫ້ ບ້ານຕາຢົງ; ໄດ້ເຈາະສ້າງບາດານຈໍານວນ10ບໍ່, ໃຫ້ 5 ບ້ານ, ເຮັດຕາມຮູບແບບຂອງໂຄງການພັດທະນາຊົນນະບົດນອກຈາກນັ້ນກໍ່ໄດ້ສົ່ງເສີມຫັດຖະກຳຕ່ຳຫູກແບບດັ້ງເດີມໂດຍນຳໃຊ້ກີ່ແອວ, ຜ້າແພທີ່ຕ່ຳໄດ້ທາງໂຄງການຮ່ວມໃຈສາຍໄຍໂລມາຄຳຮັບຊື້ໃຫ້ທັງໝົດ.

ໃນປີ 2021 ທ່ານເຈົ້າແຂວງໄດ້ເປີດກອງປະຊຸມສະຫຼຸບ ໂຄງການຮ່ວມໃຈສາຍໄຍໂລມາຄຳ ໃນການຈັດການຕັ້ງປະຕິບັດ1ປີ( 2020)ໄ ດ້ຕີລາຄາວ່າ: ໂຄງການໄດ້ຮັບຜົນດີ,ມີຄວາມສອດຄ່ອງກັບແຜນພັດທະນາຂອງແຂວງແລະເມືອງ,ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນ, ຖືກກັບຄວາມຕ້ອງການຂອງປະຊາຊົນຢ່າງແທ້ຈິງ, ເປັນບົດຮຽນທີ່ດີໃນວຽກງານແກ້ໄຂຄວາມທຸກຍາກແລະໄດ້ປິດໂຄງການ.

ທ່ານ ເກຍ ອູ໊ສິດທິເດດ ຍັງເວົ້າຕື່ມອີກວ່າ ໃນນາມສ່ວນຕົນ ຕົນເອງແມ່ນມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານແຫ່ງຊາດລາວ ຊຶ່ງເປັນນາມມະຍົດສູງສຸດ ທັງເປັນຫຼຽນປະຫວັດສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້, ເປັນກຽດສັກສີໃຫ້ແກ່ຕົນເອງ ແລະ ຄອບຄົວ, ພ້ອມຈະເສີມຂະຫຍາຍນາມມະຍົດອັນສູງສົ່ງ ໄວ້ແກ່ວົງຕະກູນຕະຫຼອດໄປ.