ການເຕີບໂຕສີຂຽວກັບຄວາມໝາຍທີ່ຫຼາຍຄົນຕ້ອງຮຽນຮູ້ ເພື່ອພັດທະນາປະເທດເຮົາ

39

ເວົ້າເຖິງສີຂຽວທຸກຄົນຕ້ອງຄິດຫາສິ່ງແວດລ້ອມ ຕົ້ນໄມ້ໃບຫຍ້າ ແຕ່ສຳລັບການເຕີບໂຕສີຂຽວແມ່ນມີຄວາມໝາຍເລີກເຊິ່ງກວ້າງຂວາງກວ່ານັ້ນ ກວມລວມເອົານັບແຕ່ສິ່ງແວດລ້ອມຕະຫຼອດຮອດການເຮັດທຸລະກິດໃຫ້ເຕີບໂຕຢ່າງຍືນຍົງຍາວນານ ດີຕໍ່ສຸຂະພາບຂອງມະນຸດນຳ ນີ້ຈິ່ງເປັນໂຈດທີ່ທຸກຄົນຕ້ອງຮູ້ ເພື່ອພັດທະນາໄປພ້ອມໆກັນ.

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປະຊຸມການເຕີບໂຕສີຂຽວຂອງ ສປປ ລາວ ປະຈໍາປີ 2022 ຂຶ້ນ ໃນວັນທີ 4-5  ຕຸລາ 2022 ນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາເລັກ ເຄຼເມີ ຜູ້ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ທ່ານ ໂຣວານ ເຟຼເຊີ ຜູ້ຕາງໜ້າສະຖາບັນການເຕີບໂຕສີຂຽວ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ຈາກຂະແໜງການຕ່າງໆ, ພ້ອມດ້ວຍຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນ ເຂົ້າຮ່ວມ.


ການເຕີບໂຕສີຂຽວ ມີຄວາມໝາຍທີ່ກວ້າງຂວາງ ຕິດພັນກັບການສົ່ງເສີມການເຕີບໂຕເສດຖະກິດທີ່ເຂັ້ມແຂງ, ທົ່ວເຖິງ ແລະ ຍືນຍົງ, ສາມາດຊຸກຍູ້ການສ້າງວຽກເຮັດງານທໍາ ເພີ່ມລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ ໄປຄຽງຄູ່ກັບການຫຼຸດຜ່ອນຜົນກະທົບ ຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ ຈາກການພັດທະນາທີ່ບໍ່ສົມຄູ່. ເຊິ່ງຈຸດປະສົງເພື່ອແລກປ່ຽນກ່ຽວກັບຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ການກໍານົດບູລິມະສິດການເຕີບໂຕສີຂຽວຂອງ ສປປ ລາວ ໃນອະນາຄົດ.


ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຕໍ່ກອງປະຊຸມວ່າ: ລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສົ່ງເສີມການເຕີບໂຕສີຂຽວ ໂດຍການເພີ່ມທະວີການລົງທຶນ ແລະ ນະໂຍບາຍໃໝ່ ໃນຂະແໜງການສີຂຽວຢ່າງກວ້າງຂວາງ, ຍືນຍົງ, ສະອາດ ແລະ ເຂັ້ມແຂງ ແລະ ໄດ້ເນັ້ນໜັກວ່າ “ການເຕີບໂຕສີຂຽວບໍ່ພຽງແຕ່ຊຸກຍູ້ການເຕີບໂຕເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມ ແຕ່ຍັງຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຄຸນນະພາບຊີວິດໃຫ້ດີຂຶ້ນສຳລັບຮຸ່ນຄົນປັດຈຸບັນ ແລະ ຄົນຮຸ້ນຕໍ່ໄປ ດ້ວຍການຮ່ວມໄມ້ຮ່ວມມືຂອງທຸກພາກສ່ວນ ຈື່ງຈະສາມາດບັນລຸ ອະນາຄົດສີຂຽວໄດ້ ຍ້ອນການເຕີບໂຕສີຂຽວແມ່ນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ທຸກພາກສ່ວນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃນທຸກລະດັບ, ທຸກຄົນ ທຸກເພດໄວ ແລະ ພື້ນຖານ ຕ້ອງຮ່ວມກັນເຮັດໜ້າທີ່ຂອງຕົນເພື່ອ ເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ມີຄວາມຍືນຍົງ.”


ພາຍໃຕ້ຫົວຂໍ້ “ຄວາມຄືບໜ້າ ແລະ ແນວທາງໃນການແກ້ໄຂການເຕີບໂຕສີຂຽວໃນ ສປປ ລາວ”, ເວທີກອງປະຊຸມການເຕີບໂຕສີຂຽວດັ່ງກ່າວ ໄດ້ເປີດໂອກາດໃຫ້ບັນດາຜູ້ວາງນະໂຍບາຍ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ພາກເອກະຊົນໄດ້ແລກປ່ຽນກ່ຽວກັບບັນຫາທີ່ຕິດພັນກັບການເຕີບໂຕສີຂຽວ ແລະ ນໍາສະເໜີວິທີແກ້ໄຂທີ່ກ່ຽວຂ້ອງກັບການພັດທະນາທີ່ມີການປ່ອຍທາດອາຍກາກບອນໃນປະລິມານທີ່ຕໍ່າ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການເຄື່ອນທີ່ດ້ວຍພະລັງງານໄຟຟ້າ, ເສດຖະກິດໝຸນວຽນ ແລະ ການຄຸ້ມຄອງສິ່ງເສດເຫຼືອ.


ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະກອບດ້ວຍນະໂຍບາຍທີ່ສົ່ງເສີມການເຕີບໂຕທີ່ສະອາດກວ່າເກົ່າ ໂດຍອີງໃສ່ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ແລະ ນະໂຍບາຍ ແລະ ຍຸດທະສາດຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ ເຊີ່ງເປັນທິດທາງໃນການຈັດລຽງບູລິມະສິດຂະແໜງຊັບພະຍາກອນທຳມະຊາດທີ່ສາມາດທົດແທນຄືນ, ການແກ້ໄຂບັນຫາມົນລະພິດ ແລະ ການຄຸ້ມຄອງສິ່ງເສດເຫຼືອ, ພ້ອມກັບເຄື່ອງມືການເງິນດ້ານສິ່ງແວດລ້ອມ ແລະ ການທ່ອງທ່ຽວອະນຸລັກທຳມະຊາດທີ່ສາມາດຊຸກຍູ້ການເຕີບໂຕເສດຖະກິດ ແລະ ຊ່ວຍສ້າງວຽກເຮັດງານທຳສີຂຽວ.


ຫວ່າງບໍ່ດົນມານີ້ ສປປ ລາວ ໄດ້ຄົ້ນຄວ້າການຊື້-ຂາຍກາກບອນ ຈາກການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກປ່າໄມ້ ເຊິ່ງມີມູນຄ່າ 42 ລ້ານໂດລາສະຫະລັດ, ລວມໄປເຖິງນະໂຍບາຍໃໝ່ກ່ຽວກັບອຸດສາຫະກຳສີຂຽວ ແລະ ການຄຸ້ມຄອງຂີ້ເຫຍື້ອ, ແລະ ລະບົບການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ມີປະສິດທິພາບສູງຂຶ້ນ ເຊິ່ງຈະຊ່ວຍຫຼຸດຜ່ອນການເຊື່ອມໂຊມຂອງສິ່ງແວດລ້ອມ. ນອກຈາກນີ້, ສປປ ລາວ ຍັງໄດ້ຕັ້ງຄາດໝາຍສູ້ຊົນສຳຄັນບາງຢ່າງອີກ ເຊັ່ນ: ນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າຂອງລັດຖະບານໃຫ້ໄດ້ 30% ໃນປີ 2030, ການປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2030, ແລະ ການຊຸກຍູ້ການເຕີບໂຕເສດຖະກິດຈາກການທ່ອງທ່ຽວແບບທຳມະຊາດ. ນອກນັ້ນ, ສປປ ລາວ ຍັງເປັນປະເທດສະມາຊິກອາຊຽນທໍາອິດທີ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ການປ່ອຍທາດອາຍເຮືອນແກ້ວໃຫ້ຢູ່ໃນລະດັບສູນ ໃນປີ 2050.