ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

112

ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ ໃນນາມຫ້ອງການກອງເລຂາຊ່ວຍວຽກ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະສຸກ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫ້ອງການກະຊວງ, ທ່ານຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ 30 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງກອງເລຂາຄະນະຊ່ວຍວຽກຄະນະຊີ້ນຳ. ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ກໍເປັນການຖອດຖອນບົດຮຽນ, ຂໍ້ຄົງຄ້າງຜ່ານມາ ເພື່ອພ້ອມກັນແກ້ໄຂບັນຫາ ເຮັດໃຫ້ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ສາມາດບັນລຸຕາມຄາດໝາຍ ຫລື ຕາມວັດຖຸປະສົງເຊັ່ນ:
1. ການກໍານົດພາລະບົດບາດຂອງຄະນະ 71/ນຍ ແລະ ການນໍາໃຊ້ມາດຕະການຄວບຄຸມລາຄາ ຂອງດໍາລັດ 474/ນຍ ຂອງບັນດາຂະແໜງການ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ເຊັ່ນ: ຂະແໜງທີ່ໄດ້ກໍານົດລາຍການສິນຄ້າຄວບຄຸມລາຄາ, ແຕ່ຍັງບໍ່ທັນໄດ້ກໍານົດມາດຕະການຕ່າງໆ ໃນການຄວບຄຸມລາຄາ ຫຼື ຂະແໜງການທີ່ບໍ່ທັນສາມາດກໍານົດລາຍການສິນຄ້າຄວບຄຸມລາຄາໄດ້.

2. ການກໍານົດ ຫຼື ການໃຫ້ບຸລິມະສິດ (ການໃຫ້ຄວາມສໍາຄັນ) ແກ່ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຊັ່ນ: ກົນໄກການປະສານງານ; ການຄົ້ນຄວ້າ, ວິເຄາະ ແລະ ການວິໄຈ ກ່ຽວກັບ ລາຄາສິນຄ້າ ແລະ ຄ່າບໍລການ ຂອງແຕ່ລະຂະແໜງການ, ຕະຫຼອດຮອດການເຂົ້າຮ່ວມປະຊຸມເພື່ອປຶກສາຫາລື.
3. ການຊີ້ນຳສາຍຕັ້ງຂອງຕົນ ຢູ່ຂັ້ນທ້ອງຖິ່ນ ຜ່ານມາຫຼາຍຂະແໜງ ຍັງບໍ່ມີການຈັດຕັ້ງຜັນຂະຫຍາຍ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ.

ຮູບປະກອບຂ່າວລາຄາສິນຄ້າຕາມທ້ອງຕະຫຼາດ

4. ການຂາດງົບປະມານນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
ຕອນທ້າຍຂອງກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນປະກອບຄໍາຄິດ ເຫັນຢ່າງກົງໄປກົງມາ, ຢ່າງຈິງໃຈ ມີເນື້ອໃນເປັນເອກະພາບ ແລະ ເຂົ້າໃຈໄປໃນທິດທາງດຽວກັນ ເພື່ອພ້ອມກັນຄົ້ນຄວ້າ ແລະ ບັນຫາໃດທີ່ທ່ານເຫັນວ່າຍັງບໍ່ທັນສອດຄ່ອງ, ບໍ່ຄົບຖ້ວນ ຫຼື ບໍ່ຈະແຈ້ງ ແມ່ນໃຫ້ສະເໜີເພື່ອຮ່ວມກັນປຶກສາຫາລື ແລະ ເອກະພາບທາງດ້ານຫຼັກການ.

ຂ່າວ-ພາບ: ກົມການຄ້າພາຍໃນ