ອັດຕາເງິນເຟີ້ຂອງອິນໂດເນເຊຍ ເພີ່ມຂຶ້ນສູງສຸດໃນຮອບ 7 ປີ

29

ສູນສະຖິຕິແຫ່ງຊາດຂອງອິນໂດເນເຊຍ ເປີດເຜີຍວ່າ: ອັດຕາເງິນຟີ້ຂອງອິນໂດເນເຊຍ ໃນເດືອນກັນຍາເພີ່ມຂຶ້ນ 5,95% ເມື່ອທຽບປີຕໍ່ປີ ເຊິ່ງເປັນສະຖິຕິສູງສຸດໃນຮອບ 7 ປີ, ຂະນະທີ່ເດືອນສິງຫາ ເພີ່ມຂຶ້ນ 4,69% ໂດຍສະຖິຕິທັງສອງເດືອນຍັງສູງກວ່າເປົ້າໝາຍຂອງທະນາຄານກາງກຳນົດໄວ້ ເຊິ່ງກຳນົດຢູ່ທີ່ລະດັບ 2 – 4% ໃນປີ 2022.

May be an image of one or more people, people standing and crowd

ປັດໄຈຫຼັກໆມາຈາກການທີ່ລັດຖະບານອິນໂດເນເຊຍ ປະກາດປັບຂຶ້ນລາຄານ້ຳມັນເຊື້ອໄຟ 30% ໂດຍມີຜົນນັບແຕ່ເດືອນກັນຍາຜ່ານມາ ຫຼັງຈາກທີ່ຕ້ອງປະເຊີນກັບແຮງກົດດັນທາງການເງິນຈາກການໃຊ້ງົບປະມານມະຫາສານ ເພື່ອອຸດໜູນລາຄານ້ຳມັນເຊື້ອໄຟ ສົ່ງຜົນກະທົບຕໍ່ສະຖານະທາງການເງິນຂອງປະເທດ.

ຂະນະທີ່ທະນາຄານກາງອິນໂດເນເຊຍ ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,50% ເປັນ 4,25% ສູງກວ່າທີ່ນັກວິເຄາະຄາດການໄວ້ທີ່ລະດັບ 0,25%, ພ້ອມທັງປະກາດຮັບຊື້ຄືນພັນທະບັດທີ່ມີສັນຍາຂາຍຄືນໄລຍະເວລາ 7 ວັນ.

May be an image of 1 person

ທັງນີ້, ທະນາຄານກາງຂອງອິນໂດເນເຊຍ ເຄີຍປະເມີນໄວ້ວ່າ ອັດຕາເງິນເຟີ້ຈະສູງກວ່າ 6% ໃນປີ 2022 ນີ້.