ເດືອນກັນຍາ ອີຣັກ ມີລາຍໄດ້ຈາກການສົ່ງອອກນ້ຳມັນ 8,7 ຕື້ກວ່າໂດລາ

28

ສຳນັກຂ່າວຊິນຫົວ ລາຍງານວ່າ ກະຊວງນໍ້າມັນຂອງອີຣັກ ເປີດເຜີຍວ່າ: ປະລິມານການສົ່ງອອກນໍ້າມັນດິບໃນເດືອນກັນຍາ 2022 ບັນລຸ 98,76 ລ້ານບາເຣວ, ສ້າງລາຍໄດ້ 8,77 ຕື້ໂດລາສະຫະລັດ. ໃນຂະນະທີ່ຄວາມຕ້ອງການນ້ຳມັນທົ່ວໂລກຢູ່ທີ່ 101 – 103 ລ້ານບາເຣວຕໍ່ວັນ.

May be an image of 2 people, people standing and outdoors

ກະຊວງນ້ຳມັນຂອງອີຣັກ ໄດ້ອ້າງອີງຈາກສະຖິຕິອົງການຕະຫຼາດນໍ້າມັນແຫ່ງລັດ ລະບຸວ່າ: ລາຄາຈຳໜ່າຍນໍ້າມັນດິບໄລຍະເດືອນກັນຍາ ສະເລ່ຍ 88,83 ໂດລາສະຫະລັດຕໍ່ບາເຣວ. ສ່ວນແຫຼ່ງນໍ້າມັນທາງພາກກາງ ແລະ ພາກໃຕ້ຂອງອີຣັກ ໄດ້ສົ່ງອອກນໍ້າມັນຜ່ານທ່າເຮືອບາສຣາ ຈຳນວນ 96,44 ລ້ານບາເຣວ.

ໃນຂະນະທີ່ແຫຼ່ງນໍ້າມັນຈາກແຂວງເຄີຣຄຸກ ທາງພາກເໜືອ ສົ່ງອອກນໍ້າມັນຜ່ານທ່າເຮືອ ເມືອງເຊຍຮັນ ຂອງ ຕວັກກີ ( ທູຣເດຍ ) ໃນທະເລເມດີເຕເຣນຽນ ປະມານ 2,16 ລ້ານບາເຣວ.

May be an image of 1 person

ທັງນີ້, ລາຄານໍ້າມັນດິບໃນຕະຫຼາດໂລກ ໄດ້ປັບຕົວເພີ່ມສູງຂຶ້ນ ນັບແຕ່ເກີດວິກິດການ ຣັດເຊຍ – ອູແກຣນ ເມື່ອເດືອນກຸມພາຜ່ານມາ ໄດ້ສົ່ງຜົນດີຕໍ່ອີຣັກ ແລະ ກຸ່ມປະເທດຜູ້ສົ່ງອອກນໍ້າອື່ນໆ.

ເສດຖະກິດອີຣັກ ເພິ່ງພາການສົ່ງອອກນໍ້າມັນຫຼາຍກວ່າ 90% ຂອງລາຍໄດ້ພາຍໃນປະເທດ.