ສະຫະພັນເພາະກາຍແຫ່ງຊາດລາວ ແຕ່ງຕັ້ງທ່ານ ປອ. ມະໂນທອງ ວົງໄຊ ເປັນປະທານຢ່າງເປັນທາງ

113

ສະຫະພັນກີລາເພາະກາຍແຫ່ງຊາດລາວ ປະກາດແຕ່ງຕັ້ງ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ເປັນປະທານສະຫະພັນຊຸດທີ III ເພາະກ່ອນໜ້ານີ້ແມ່ນ ທ່ານ ຄໍາພະໄພວັນ ວົງໄຊ ເປັນອະດີດຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ນັບແຕ່ປີ 2018 ເປັນຕົ້ນມາ.

ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີປະກາດແຕ່ງຕັ້ງ ຄະນະບໍລິຫານງານສະຫະພັນກີລາເພາະກາຍແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພິຍານ ໂດຍ ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທະການ ແລະ ກີລາ, ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ, ທ່ານ ຄໍາພະໄພວັນ ວົງໄຊ ເປັນອະດີດຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ແລະ ມີຄະນະບໍລິຫານງານທັງຊຸດເກົ່າ ແລະ ຊຸດໃໝ່ ຕະຫຼອດຮອດຄູຝຶກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັງກ່າວໄດ້ມີການປະກາດແຕ່ງຕັ້ງ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ເປັນປະທານສະຫະພັນຊຸດທີ III, ສ່ວນ ທ່ານ ຄໍາພະໄພວັນ ວົງໄຊ ອະດີດຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ນັບແຕ່ປີ 2018 ເປັນຕົ້ນມາ ມາເປັນຮອງປະທານ ແລະ ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ຊຸດທີ III ແລະ ກໍຍັງມີຮອງປະທານອີກ 2 ທ່ານຄື ທ່ານ ກົງປະສິດ ແພງແສນ ຄູຝຶກກີລາເພາະກາຍ ສູນອອກກໍາລັງກາຍ ແລະ ທ່ານ ເພັດສະລັດ ສະຫວັນ ຜູ້ບໍລິຫານບໍລິສັດ ລາວທານີ ຈໍາກັດ. ນອກນັ້ນ, ກໍຍັງມີຄະນະບໍລິຫານງານ, ກໍາມະການ ແລະ ອື່ນອີກ 10 ກວ່າທ່ານ.

ໂອກາດດັ່ງກ່າວ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ເປັນປະທານສະຫະພັນຊຸດທີ III ໄດ້ຂຶ້ນກ່າວຮັບໜ້າທີ່ຢ່າງເປັນທາງການ ໂດຍເພິ່ນໄດ້ເນັ້ນຈະສືບຕໍ່ພັດທະນາກີລາເພາະກາຍລາວໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ວາງແຜນ ແລະ ຍາດແຍ່ງເອົາໂອກາດຕ່າງ ສົ່ງເສີມນັກກີລາເພາະກາຍໃຫ້ກວ້າງຂວາງ ແລະ ເຂົ້າຮ່ວມການແຂ່ງຂັນລາຍການລະດັບພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ ລວມເຖິງຈັດການແຂ່ງຂັນເພາະກາຍພາຍໃນປະເທດໃຫ້ຢ່າງຕໍ່ເນື່ອງ.

ໂອກາດດັ່ງກ່າວ ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ກ່າວເຖິງຜົນງານການປະຕິບັດວຽກງານໃນໄລຍະທີ່ຜ່ານມາວ່າ: ພາຍຫຼັງທີ່ໄດ້ຖືກຮອງຮັບຈາກກະຊວງສຶກສາທິການ ແລະ ກີລາ ເລກທີ 2939/ສສກ.ສກ ລົງວັນທີ 22 ມິຖຸນາ 2016 ໂດຍການເປັນປະທານຂອງ ທ່ານ ບຸນມີ ບັນນາວົງ ( ປັດຈຸບັນເສຍຊີວິດແລ້ວ ) ໂດຍແມ່ນ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານຜູ້ທີ 1 ຮັກສາການແທນນັບແຕ່ປີ 2018 ເປັນຕົ້ນມາ ແລະ ມີສະມາຊິກອີກ 12 ທ່ານ.

ໂດຍໄລຍະທີ່ຜ່ານມາກໍໄດ້ມີການເຄື່ອນໄຫວຫຼາຍໆຢ່າງເປັນຕົ້ນແມ່ນການຈັດການແຂ່ງັຂນກີລາເພາະກາຍຊີງແຊັມປະເທດລາວ ປະຈໍາປີ 2015, 2017, 2018 ແລະ 2019, ສ່ວນລາຍການລະດັບນາໆຊາດເຄີຍຈັດແຂ່ງຂັນທີ່ ສປປ ລາວ ໃນປີ 2018 ທີ່ສູນການຄ້າລາວໄອເຕັກມໍ ຊັ້ນ 7 ແລະ ຜົນງານງານທີ່ໂດດເດັ່ນທີ່ສຸດຄືການຄວ້າອັນດັບ 3 ຈາກປເພດຍິງຫຸ່ານງາມລູກສູງບໍ່ເກີນ 160 ຊັງຕີແມັດ ແລະ ອັນດັບ 4 ຂອງໂລກໃນເພາະຊາຍຫຸ່ນງາມ ໃນການແຂ່ງຂັນເພາະກາຍຊີງແຊັມໂລກ 2018 ທີ່ປະເທດໄທ ໂດຍມີເຖິງ 51 ປະເທດເຂົ້າຮ່ວມ. ພິເສດຜົນໄດ້ຮັບຈາກ 6 ປີທີ່ຜ່ານມາແມ່ນຂະບວນການອອກກໍາລັງກາຍເຕີບໃຫຍ່ຂະຫຍາຍຕົວ ເຊິ່ງມັນສະແດງໃຫ້ເຫັນວ່າປີ 2015 ມີສູນອອກກໍາລັງກາຍ 25 ແຫ່ງໃນທົ່ວປະເທດ ແຕ່ມາເຖິງປັດຈຸບັນມີສູນອອກກໍາລັງກາຍຫຼາຍກວ່າ 80 ແຫ່ງໃນທົ່ວປະເທດ.

ຂ່າວ: Larh Creators; ຮູບ: ອ້າຍໝອກ