ໃນລະຫວ່າງ ວັນທີ 29 ກັນຍາ ຫາ 01 ຕຸລາ 2022, ຢູ່ທີ່ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳຮັບບໍລິຈາກເລືອດ ໂດຍການເຂົ້າຮ່ວມຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖານຖູດ ແລະ ພະນັກງານເຂົ້າຮ່ວມ
ການບໍລິຈາກເລືອດໃນຄັ້ງນີ້ ກໍເພື່ອແນ່ໃສຊ່ວຍເຫຼືອປະຊາຊົນທີ່ກຳລັງປິ່ນປົວໃນການນຳໃຊ້ເລືອດ, ທັງເປັນການກະກຽມ ແລະ ສະໜອງເລືອດໃຫ້ມພຽງພໍຕາມຄວາມຕ້ອງການ ເຊິ່ງໃນໄລຍະນີ້ກໍເປັນໃໄລຍະລະດູຝົນ ແມ່ນການແຜ່ລະບາດຂອງພະຍາດໄຂ້ເລືອດອອກ. ນອກຈາກນັ້ນ, ຍັງມີຄົນເຈັບທີ່ຕ້ອງການ ຝອກໝາກໄຂ່ຫຼັງ, ອຸບັດຕິເຫດ, ຜ່າຕັດ ແລະ ອື່ນໆ ທີ່ນຳໃຊ້ເລືອດເຂົ້າໃນການປິ່ນປົວ
ການບໍລິຈາກເລືອດໃນຄັ້ງນີ້ ມີຜູ້ບໍລິຈາກເລືອດທັງໝົດ 63 ຄົນ, ໄດ້ເລືອດຕົວຈິງ 63ຖົງ.