ອັດຕາການວ່າງງານໃນ ເຢຍລະມັນ ເພີ່ມຂຶ້ນ

27

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານແຮງງານເຢຍລະມັນ ເປີດເຜີຍວ່າ: ອັດຕາວ່າງງານຂອງເຢຍລະມັນ ໃນເດືອນກັນຍາ 2022 ເພີ່ມຂຶ້ນ ເນື່ອງຈາກຜູ້ລີ້ໄພຊາວອູແກຣນ ຍັງຄົງຫຼັ່ງໄຫຼເຂົ້າສູ່ລະບົບຕະຫຼາດແຮງງານໃນ ເຢຍລະມັນ ຢ່າງຕໍ່ເນື່ອງ ເຮັດໃຫ້ຄົນວ່າງງານເພີ່ມຂຶ້ນ 14.000 ຄົນ ຫຼັງປັບຕາມລະດູການຢູ່ທີ່ລະດັບ 2,51 ລ້ານຄົນ.

May be an image of 1 person and standing

ຂະນະທີ່ ທ່ານ Andrea Nahles ຫົວໜ້າຫ້ອງການສຳນັກງານແຮງງານຂອງເຢຍລະມັນ ກ່າວວ່າ: ຕະຫຼາດແຮງງານ ໂດຍລວມຍັງມີສະຖຽນລະພາບເຖິງແມ່ນວ່າອັດຕາເງິນເຟີ້ເພີ່ມຂຶ້ນ ແລະ ມີຄວາມກັງວົນ ກ່ຽວກັບການຂາດແຄນດ້ານພະລັງງານກໍຕາມ.

May be an image of one or more people, people walking, people standing, crowd and outdoors