ຊາວອັງກິດ ປະທ້ວງ ພ້ອມຮຽກຮ້ອງບໍ່ໃຫ້ປະຊາຊົນເສຍຄ່າພະລັງງານ

46

ສຳນັກຂ່າວຕ່າງປະເທດລາຍງານວ່າ ຊາວອັງກິດ ໄດ້ພາກັນອອກມາເດີນປະທ້ວງໃນຫຼາຍເມືອງໃຫຍ່ໃນທົ່ວປະເທດ ເພື່ອສະແດງຄວາມບໍ່ພໍໃຈທີ່ລັດຖະບານປະກາດປັບຂຶ້ນລາຄາແກ໊ສ ແລະ ລາຄາໄຟຟ້າ ໂດຍໄດ້ຊູປ້າຍທີ່ມີຂໍ້ຄວາມວ່າ “ ບໍ່ຈ່າຍ ”, “ ພໍແລ້ວ ” ພ້ອມທັງຮຽກຮ້ອງປະຊາຊົນທົ່ວປະເທດພ້ອມກັນບໍ່ຈ່າຍຄ່າໄຟຟ້າ.

May be an image of 5 people and people standing

ການເດີນຂະບວນປະທ້ວງມີຂຶ້ນໃນຫຼາຍເມືອງ ໂດຍສະເພາະນະຄອນຫຼວງລອນດອນ, ເມືອງແມນເຊັສເຕີ, ລີເວີພູລ, ເບີມິງແຮມ ແລະ ອີກຫຼາຍໆເມືອງທົ່ວປະເທດ ໂດຍຜູ້ປະທ້ວງໄດ້ຊູປ້າຍທີ່ມີຂໍ້ຄວາມວ່າ “ ບໍ່ຈ່າຍ ”, “ ພໍແລ້ວ ” ແລະ “ ແຊ່ແຂງລາຄາ ” ເພື່ອລະບາຍຄວາມໃນໃຈຂອງປະຊາຊົນທີ່ກຳລັງປະເຊີນກັບລາຄາພະລັງງານເພີ່ມຂຶ້ນ ເພີ່ມແຮງກົດດັນໃຫ້ຄ່າຄອງຊີບເພີ່ມສູງຂຶ້ນ. ພ້ອມທັງປຸກລະດົມໃຫ້ປະຊາຊົນທົ່ວປະເທດ ບໍ່ຈ່າຍຄ່າແກ໊ສ ແລະ ຄ່າໄຟຟ້າ ຈົນ ກວ່າລັດຖະບານຈະຫຼຸດລາຄາລົງໃນລະດັບທີ່ພໍຈ່າຍໄດ້.

May be an image of 6 people and people standing

ເບື້ອງຕົ້ນລັດຖະບານອັງກິດ ຈະປັບຂຶ້ນຄ່າພະລັງງານ ໂດຍສະເພາະຄ່າແກັສ ແລະ ຄ່າໄຟຟ້າ ເຊິ່ງຫາກປັບຂຶ້ນຕາມແຜນເບື້ອງຕົ້ນ ພາກຄົວເຮືອນຕ້ອງຈ່າຍສະເລ່ຍເພີ່ມຂຶ້ນ 80% ເປັນ 3.549 ປອນຕໍ່ປີ ແຕ່ລັດຖະບານອັງກິດ ໄດ້ປັບແຜນໃໝ່ໂດຍກຳນົດໃຫ້ພາກຄົວເຮືອນຈ່າຍໃນລາຄາສະເລ່ຍ 2.500 ປອນຕໍ່ປີ ເປັນເວລາ 2 ປີ ໂດຍເລີ່ມແຕ່ເດືອນຕຸລາ 2022 ເປັນຕົ້ນໄປ, ແນວໃດກໍຕາມ ເຖິງວ່ານາຍົກລັດຖະມົນຕີອັງກິດ ໄດ້ປັບປ່ຽນແຜນເພື່ອຊ່ວຍເຫຼືອພາກຄົວເຮືອນ ແລະ ພາກທຸລະກິດ ແຕ່ຜູ້ຊ່ຽວຊານຄາດວ່າ ຍັງບໍ່ສາມາດບັນເທົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍສະເພາະແມ່ນກຸ່ມຄົນທີ່ມີລາຍໄດ້ຕ່ຳ.