ສະມາຄົມຕັດຫຍິບລາວ ຢາກສ້າງໃຫ້ມີໜຶ່ງກຸ່ມບ້ານ ໜຶ່ງຮ້ານຕັດຫຍິບ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນມີລາຍຮັບ

111

ປະຈຸບັນຂະແໜນງອຸດສາຫະກຳຕັດຫຍິບລາວ ແມ່ນກຳລັງຢູ່ໃນຊ່ວງຟື້ນຕົວ ຫຼັງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ກໍຍັງໄດ້ຮັບຜົນກະທົບຈາກໄພເງິນເຟີ້ ແລະ ສິນຄ້າແພງຂຶ້ນ, ສັງລວມແລ້ວທົ່ວປະເທດມີໂຮງງານຕັດຫຍິບ ທັງໝົດ 77 ແຫ່ງ, ສາມາດສ້າງວຽກເຮັດງານທໍາໃຫ້ກັບແຮງງານ ທັງໝົດ 25.000 ຄົນ, ແຮງງານເພດຍິງ ກວມເອົາ 90%, ມູນຄ່າການຜະລິດການສົ່ງອອກ ໃນແຕ່ລະປີ ປະມານ 200 ກວ່າລ້ານໂດລາ.

ທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມ ອຸດສາຫະກໍາຕັດຫຍິບລາວ ເມື່ອບໍ່ດົນນີ້ວ່າ: ຂະແໜງອຸດສາຫະກຳຕັດຫຍິບ ເປັນຂະແໜງການໜຶ່ງທີ່ທາງພາກລັດໃຫ້ຄວາມສຳຄັນ ແລະ ສົ່ງເສີ່ມ ເພື່ອສ້າງວຽກເຮັດງານທຳ ຫຼື ສາມາດຮອງຮັບເອົາແຮງງານທີ່ມາຈາກທຸກພາກທຸກແຂວງໄດ້ ໂດຍບໍ່ຈຳແນກຄວາມຮູ້ຄວາມສາມາດ; ເປັນອີກທາງເລືອກໜຶ່ງສຳລັບນັກລົງທຶນ ຫຼື ດຶງດູດເອົາການລົງທຶນຈາກຕ່າງປະເທດ; ປະຈຸບັນອຸດສາຫະກຳຕັດຫຍິບລາວ ແມ່ນຢູ່ໃນໄລຍະການຟື້ນຕົວຄືນ ພາຍຫຼັງໄດ້ຮັບຜົນກະທົບຈາກ ການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ເປັນຕົ້ນແມ່ນຄວາມເຊື່ອຖືຂອງລູກຄ້າໃນການຕອບສະໜອງສິນຄ້າໃຫ້ທັນຕາມກຳນົດເວລາ, ຄ່າຂົນສົ່ງສູງຂຶ້ນເນື່ອງຈາກລາຄານໍ້າມັນມີການເໜັງຕີງ, ສົມທົບກັບໄພເງິນເຟີ້ ແລະ ສິນຄ້າອຸປະໂພກບໍລິໂພກຂຶ້ນລາຄາສູງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງແຮງງານ ຫຼື ກຳມະກອນ ເຮັດໃຫ້ເຂົາເຈົ້າບໍ່ມີຄວາມອຸ່ນອ່ຽງທຸ່ນທ່ຽງ ດັ່ງນັ້ນທາງເຈົ້າຂອງໂຮງງານຈຶ່ງໄດ້ເພີ່ມເງິນອຸດໜູນຕ່າງໆໃຫ້ຈຳນວນໜຶ່ງ ເພື່ອໃຫ້ເຂົາເຈົ້າຢູ່ລອດ.

ສັງລວມຈຳນວນໂຮງງານໃນປະຈຸບັນ ທົ່ວປະເທດມີໂຮງງານຕັດຫຍິບ ທັງໝົດ 77 ແຫ່ງ, ໃນນັ້ນ: ເປັນໂຮງງານຜະລິດ ເພື່ອສົ່ງອອກ 50 ແຫ່ງ ແລະ ໂຮງງານຜະລິດສະໜອງພາຍໃນ 27 ແຫ່ງ. ມີໂຮງງານຢູ່ນະຄອນຫຼວງວຽງຈັນ 72 ແຫ່ງ. ແລະ ຕ່າງແຂວງ 5 ແຫ່ງ ຄື: ແຂວງວຽງຈັນ 1 ແຫ່ງ. ແຂວງຈຳປະສັກ 2 ແຫ່ງ ແລະ ສະຫວັນຈະເຂດ 2 ແຫ່ງ. ສາມາດສ້າງວຽກເຮັດງານທໍາໃຫ້ກັບແຮງງານ ທັງໝົດ 25.000 ຄົນ ແຮງງານເພດຍິງກວມເອົາ 90%. ສິນຄ້າທີ່ເຮົາຜະລິດຈະເປັນປະເພດສິນຄ້າເຄື່ອງນຸ່ງຫົ່ມ ເປັນຕົ້ນ Unitform , Shirt, T-shirt ,polo, workwear, Jacket, Jean, Underwear, Bedding goods, ຖົງເທົ້າ, ເກີບ ແລະ ອື່ນໆ ເຊິ່ງຕະຫຼາດສົ່ງອອກຫຼັກແມ່ນ ເອີຣົບ ກວມເອົາ 80%, ຍີ່ປຸ່ນ 9%, ສະຫະລັດອາເມລິກາ 4% ແລະ ການາດາ ກວມເອົາ 2% ແລະ ມູນຄ່າການຜະລິດການສົ່ງອອກ ໃນແຕ່ລະປີປະມານ 200 ກວ່າລ້ານໂດລາ.

ທ່ານ ໄຊບັນດິດ ຣາຊພົນ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນການຕໍ່ໜ້າຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ແມ່ນຈະສືບຕໍ່ໃຫ້ການຊຸກຍູ້ສົ່ງເສີມບັນດາໂຮງງານຕັດຫຍິບທັງຂະໜາດໃຫ່ຍ ແລະ ຂະໜາດນ້ອຍ ໃຫ້ສາມາດດຳເນີນການຜະລິດໄດ້ຢ່າງສະດວກ ແລະ ໃນນາມສະມາຄົມຍັງ ເປັນໃຈກາງທີ່ສຳຄັນ ປະສານງານ ແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ຂະແໜງການ; ສິ່ງທີ່ສຳຄັນຢາກຊຸກຍູ້ສົ່ງເສີມ ສ້າງໃຫ້ມີ ໜຶ່ງກຸ່ມບ້ານ ໜຶ່ງຮ້ານຕັດຫຍິບ ຫຼື ໃຫ້ມີຫຼາຍໆຮ້ານພາຍໃນກຸ່ມບ້ານ ທີ່ມີເງື່ອນໄຂ ເພື່ອສ້າງໃຫ້ມີຜູ້ປະກອນການຂະໜາດນ້ອຍ ໃນແຕ່ລະຊຸມຊົນ ສາມາດສ້າງເປັນລາຍຮັບໃຫ້ກັບຄວບຄົວ; ເພື່ອເຮັດໃຫ້ປະຊາຊົນ ທີ່ຢູ່ຕ່າງແຂວງ ແຕ່ລະເມືອງ ແຕ່ລະບ້ານທຸກຄົນໄດ້ເຂົ້າເຖິງການໃຊ້ບໍລິການການຕັດເສື້ອຜ້າ, ນຸ່ງຫົ່ມ ຫຼື ຕັດຊຸດ Unit Form ຕັດຊຸດອື່ນໆ ໄດ້ຕາມຄວາມຕ້ອງການ ແລະ ໄດ້ຊົມໃຊ້ສິນຄ້າທີ່ຜະລິດພາຍໃນຊຸມຊົນຂອງຕົນເອງ ເຊິ່ງຈະເປັນການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນປະເທດ ແລະ ທົດແທນການນຳເຂົ້າໄດ້.

ຂ່າວ-ພາບ: ຄຳນ້ອຍ