Miss Grand Laos 2022 ອອກເດີນໄປອິນໂດເນເຊຍແລ້ວ

257

ເດີນທາງແລ້ວ Miss Grand Laos 2022 ດີ້ນ້າ ພຸດສະຫວັນ ວົງຄໍາຊາວ ໃນວັນທີ 3 ຕຸລາ 2022 ໂດຍຈະໄປທີ່ປະເທດໄທກ່ອນ ແລ້ວຈະເດີນທາງຕໍ່ໄປ ອິນໂດເນເຊຍ ໃນວັນທີ 4 ຕຸລາ 2022 ຄາດອາກຈະແມ່ນທຽວບິນດຽວກັບ ອິງຟ້າ ວະລາຫະ Miss Grand Thailand 2022 ແຟນໆຮ່ວມສົ່ງກໍາລັງໃຫ້ແນ່ເດີ້

.

.

ເຊິ່ງການເດີນທາງໄປປະກວດໃນຄັ້ງນີ້ແມ່ນເພື່ອໄປປະກວດ MISS GRAND INTERNATIONAL ທີ່ປະເທດອິນໂດເນເຊຍ ທີ່ຈະມີຮອບຕັດສິນໃນທ້າຍເດືອນຕຸລານີ້ ສາວໆຈາກຫຼາກຫຼາຍປະເທດແມ່ນໄດ້ເດີນທາງເຂົ້າຮ່ວມປະຊັນປະກວດໃນເວທີດັ່ງກ່າວ

.

.

ປີນີ້ແມ່ນປີທີ່ພິເສດ ເພາະວ່າເປັນປີຄົບຮອບ 10 ປີ ຂອງກອງປະກວດ MISS GRAND INTERNATIONAL ມາຮ່ວມລຸ້ນນໍາກັນວ່າຈະມີຫຍັງເຊີໄພ້ ແລະ ລາວເຮົາຈະໄດ້ລາງວັນຫຍັງກັບມາຝາກໍາວລາວ ຖ້າຕິດຕາມໄດ້ເລີຍເດີ້