ກຽມຜະລິດນໍ້າດື່ມກາແດງ ເພື່ອຮັບໃຊ້ວຽກງານຊ່ວຍເຫຼືອດ້ານມະນຸດສະທຳຂອງອົງການກາແດງ ແລະ ຈຳໜ່າຍ

89

ວັນທີ 2 ຕຸລາ 2022 ຜ່ານມາ, ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ບໍລິສັດ ຊາສີ ກຣຸບ ຈຳກັດ ເພື່ອຜະລິດນ້ຳດື່ມເຂົ້າຮັບໃຊ້ໃນວຽກງານກາແດງ ແລະ ຈັດຈຳໜ່າຍ ໂດຍການເປັນປະທານຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ພູທອນ ຊາສີ ປະທານບໍລິສັດ ຊາສີ ກຣຸບ ຈຳກັດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອຜະລິດນໍ້າດື່ມຮັບໃຊ້ໃນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ແລະ ຈຳໜ່າຍຮັບໃຊ້ສັງຄົມ ຕາມມາດຕະຖານ (ກອຢ) ໃຫ້ພຽງພໍ, ທັນເວລາ ແລະ ຈັດສົ່ງນ້ຳດື່ມໃຫ້ເຖິງສາຂາຈຳໜ່າຍໃນທົ່ວປະເທດ.

ນອກຈາກນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າ, ພັດທະນາ, ຜະລິດນໍ້າດື່ມໃຫ້ມີຄຸນນະພາບ, ທັນສະໄໝ ແລະ ຍືນຍົງ, ມີຄຸນນະພາບມາດສະຖານສາກົນ ເຊິ່ງບໍລິສັດດັ່ງການໄດ້ມີປະສົບການດ້ານການບໍລິການເຄື່ອງດື່ມໃຫ້ສັງຄົມຢ່າງກ້ວາງຂວາງ. ນອກຈາກນັ້ນ, ຍັງແນໃສ່ໃຫ້ມີແຫຼ່ງທຶນສະໜອງໃຫ້ແກ່ວຽກງານມະນຸດສະທຳ ເຊິ່ງທາງບໍລິສັດ ຊາສີ ກຣຸບ ຈຳກັດ ຈະໄດ້ມອບກຳໄລໃນການຂາຍນ້ຳດື່ມແຕ່ລະຄັ້ງໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອປະກອບສ່ວນເຂົ້າໃນແຫຼ່ງທຶນຂອງວຽກງານມະນຸດສະທຳ.

ພິທີໃນຄັ້ງນີ້, ໄດ້ມີການຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຕາງໜ້າອົງການກາແດງແຫ່ງຊາດລາວໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ພູທອນ ຊາສີ ປະທານບໍລິສັດ ຊາສີ ກຣຸບ ຈຳກັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້.