ຈຳປາສັກ ເປັນເຈົ້າພາບຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າກະສິກໍາປຸງແຕ່ງ 9 ແຂວງຕົວແບບ ເພື່ອກະຕຸ້ນການຕະຫຼາດ

84

ວັນທີ 30 ກັນຍາ 2022 ຜ່ານມາ​ ໄດ້ມີພິທີເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າກະສິກໍາປຸງແຕ່ງ 9 ແຂວງ ຕົວແບບ​ ຄື: ແຂວງອຸດົມໄຊ,​ ໄຊຍະບູລີ,​ຫຼວງພະບາງ,​ ບໍລິຄໍາໄຊ,​ ຄໍາມ່ວນ, ສະຫວັນນະເຂດ,​ ສາລະວັນ,​ ເຊກອງ ແລະ​ ແຂວງຈໍາປາສັກ ເຈົ້າພາບ, ງານຈັດຂຶ້ນທີ່ສູນການຄ້າ ແຟຣັນຊິບມໍ ນະຄອນປາກເຊ, ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ​ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ,​ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ມີ​ບັນດາການນໍາ​ແຂວງຈໍາປາສັກ, ຫົວໜ້າພະແນກ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ 9 ແຂວງ​, ເຈົ້ານະຄອນ, ເຈົ້າເມືອງ, ການນໍາຫ້ອງການອຸດສາຫະກໍາ ແລະ​ ການຄ້າ​ 9​ ເມືອງ, 1 ນະຄອນ, ນັກທຸລະກິດ, ຜູ້ປະກອບການດ້ານກະສິກໍາປຸງແຕ່ງ ໃນ​ 9​ ແຂວງ​ ເຂົ້າຮ່ວມ.​

ໃນພິທີ​ ທ່ານ​ ​ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະ​ກໍາ​ ແລະ​ ການຄ້າແຂວງຈໍາສັກ​ ໄດ້ລາຍງານວ່າ: ການຈັດງານຄັ້ງນີ້ ໂດຍປະຕິບັດຕາມໜັງສືສະເໜີຂອງກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານທັງໝົດ ຈາກໂຄງການປະເມີນການພັດທະນາສິນຄ້າຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດ ສປ ຈີນ ສົກປີ 2022 ບົນພື້ນຖານສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ລົງວັນທີ 2 ສິງຫາ 2022 ເຊິ່ງພະແນກອຸດສາຫະກໍາ -​ ການຄ້າແຂວງ ແລະ ກົມສົ່ງເສີມການຄ້າ ໄດ້ປະສານສົມທົບກັນ ເພື່ອວາງແຜນໃນການຈັດຕັ້ງປະຕິບັດງານ​ ແຕ່ຕົ້ນເດືອນສິງຫາ 2022​ ຜ່ານມາ ໃນການກະກຽມຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນຄັ້ງນີ້.​

ງານວາງສະແດງ ແລະ​ ຈໍາໜ່າຍສິນຄ້າຄັ້ງນີ້ ມີຫ້ອງວາງສະແດງສິນຄ້າເຂົ້າຮ່ວມ ທັງໝົດ 40 ຫ້ອງ ມີ 46 ຫົວໜ່ວຍ,​ ໃນນັ້ນ​ ຫ້ອງວາງສະແດງສິນຄ້າຕົວແບບຂອງໂຄງການ ຈາກ 9 ແຂວງ​ 1 ຫ້ອງໃຫຍ່​ ກວມເອົາ 6 ຫ້ອງ,​ ມີ 9 ຫົວໜ່ວຍ; ຫ້ອງວາງສະແດງສິນຄ້າ ຜະລິດຕະພັນທີ່ພົ້ນເດັ່ນ ຂອງ 4 ແຂວງພາກໃຕ້​: ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື 4 ຫ້ອງ, ມີ 4 ຫົວໜ່ວຍ; ຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ວິສາຫະກິດພາຍໃນແຂວງຈໍາປາສັກ ມີ 30 ຫ້ອງ. ໃນນັ້ນ,​ ສິນຄ້າໂອດອບ​ ມີ 33 ຫົວໜ່ວຍ ຈາກ 9 ເມືອງ 1 ນະຄອນ ມີ ​8ຫ້ອງ; ສິນຄ້າຫັດຖະກໍາ ມີ​ 6 ຫົວໜ່ວຍ; ສິນຄ້າກະສິກໍາ ແລະ ອຸດສາຫະກໍາ ປຸງແຕ່ງ ມີ​ 17 ຫົວໜ່ວຍ.​ ສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍ ແມ່ນປະເພດຜະລິດຕະພັນສິນຄ້າກະສິກໍາ – ອຸດສາຫະກໍາປຸ່ງແຕ່ງ,​ ກາເຟ,​ ຊາ, ເຂົ້າ, ພືດຜັກ, ມັນຕົ້ນ,​ ພາສຕິກ-ທໍ່ພີອີ, ເຄື່ອງຫັດຖະກໍາຈັກສານໄມ້ປ່ອງ,​ ຫວາຍ, ຜ້າຝ້າຍ, ຝ້າໃໝ, ສິນຄ້າໂອດ໊ອບ ພ້ອມທັງສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ແລະ ສິນຄ້າຈາກ 9 ແຂວງ ທີ່ເຂົ້າຮ່ວມໂຄງການ.

ຕໍ່ມາ,​ ທ່ານ​ ໄຊສົມເພັດ ນໍລະສິງ ຫົວໜ້າ​ກົມສົ່ງເສີມການຄ້າ ໄດ້ລາຍງານກ່ຽວກັບໂຄງການ ແລະ​ ກ່າວເປີດງານ​ ບາງຕອນທ່ານກ່າວວ່າ: ຈຸດປະສົງ ແລະ ເປົ້າໝາຍຂອງງານຄັ້ງນີ້ ແມ່ນເພື່ອແນ່ໃສ່ການໂຄສະນາຜະລິດຕະພັນສິນຄ້າກະສິກໍາປຸງແຕ່ງ​ ເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ຂອງຜະລິດຕະພັນລາວເປັນຫຼັກ ​ທັງເປັນການສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ສາກົນ​ ເພື່ອກະຕຸ້ນການຕະຫຼາດ ຢູ່ພາຍໃນປະເທດໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ,​ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໃຈກ່ຽວກັບສະພາບການປ່ຽນແປງຕະຫຼາດທັງພາຍໃນ ແລະ​ ຕ່າງປະເທດ​ ເພື່ອສາມາດປັບໂຕໃຫ້ເຂົ້າກັບສະພາບການປົກກະຕິແບບໃໝ່ໃນປັດຈຸບັນ (New normal), ເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງດ້ານການປຸງແຕ່ງ ຕະຫຼອດຮອດການຈັບຄູ່ທຸລະກິດ (Business Matching) ລະຫວ່າງ ຜູ້ປຸງແຕ່ງ ແລະ ຜູ້ປະກອບການທຸລະກິດກະສິກໍາ, ຫັດຖະກໍາ ໃຫ້ມີມູນຄ່າທີ່ສູງຂຶ້ນ.

ຈາກນັ້ນ, ກໍມີການຕັດແຖບຜ້າເປີດງານ ໂດຍການໃຫ້ກຽດຕັດແຖບຜ້າເປີດງານຂອງ​ ທ່ານ ວິໄລວົງ ບຸດດາຄໍາ​ ເຈົ້າແຂວງຈໍາປາສັກ,​ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ.​ ມີການນໍາ​ ແລະ​ ແຂກ​ເຂົ້າຮ່ວມ.​ ຕອນ​ທ້າຍ​ ຄະນະຮັບຜິດຊອບຈັດງານ ກໍໄດ້ນໍາພາແຂກ​ ແລະ​ ການນໍາ​ ທ່ຽວຊົມຫ້ອງວາງສະແດງຕົວແບບ,​ ທ່ຽວຊົນ 4 ຫ້ອງສິນຄ້າທ່າແຮງ 4 ແຂວງ ແລະ ມອບຂອງທີ່ລະນຶກ ໃຫ້ກັບການນໍາຕ່າງໜ້າບັນດາແຂວງ​ ຕື່ມອີກ.

ທີ່ມາຂ່າວ: ວສລ